
ຈຳປາສັກ ຕິດຕາມຄວາມຄືບໜ້າໂຄງການລົງທຶນ ແລະ ການຄຸ້ມຄອງແຫຼ່ງທ່ອງທ່ຽວ ຕາດຄອນພະເພັງ-ຕາດສົມພະມິດ

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນທ້າຍອາທິດຜ່ານມາ, ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງຈຳປາສັກ ລົງຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນ ແລະ ການຄຸ້ມຄອງບໍລິຫານແຫລ່ງທ່ອງທ່ຽວ 2 ແຫ່ງ ຄື: ນ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ທີ່ເມືອງໂຂງ ແຂວງຈຳປາສັກ ພ້ອມທັງຕິດຕາມການດຳເນີນງານ ຂອງບັນດາຫົວໜ່ວຍທຸລະກິດພາຍໃນ ເຂດພັດທະນາເສດຖະກິດໃໝ່ສີທັນດອນ ໂດຍມີທ່ານ ກໍລະກັນ ຄໍາມະວົງ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງຈຳປາສັກ, ທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກໍາມະການປົກຄອງເມືອງໂຂງ ພ້ອມດ້ວຍພະແນກການຂອງແຂວງ, ຫ້ອງການກ່ຽວຂ້ອງຂອງເມືອງ, ບັນດາບໍລິສັດ ແລະ ຫົວໜ່ວຍທຸລະກິດທີ່ດຳເນີນກິດຈະການຢູ່ໃນເຂດດັ່ງກ່າວເຂົ້າຮ່ວມ.

ນ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ເປັນແຫລ່ງທ່ອງທ່ຽວທຳມະຊາດທີ່ສຳຄັນ ແລະ ເປັນຈຸດໝາຍປາຍທາງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ຊຶ່ງການລົງພື້ນທີ່ຄັ້ງນີ້, ກໍເພື່ອຕິດຕາມການຈັດຕັ້ງຄຸ້ມຄອງ, ການບໍລິຫານ, ການດຳເນີນງານຂອງບໍລິສັດ ຄຸ້ມຄອງບໍລິຫານແຫລ່ງທ່ອງທ່ຽວສີທັນດອນ ຈຳກັດ ແລະ ບໍລິສັດ ທ່ອງທ່ຽວ ຄຣິນແອັດແວນເຈີ ຈຳກັດຜູ້ດຽວ. ພ້ອມນີ້, ກໍເພື່ອຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ 3 ເນື້ອໃນສຳຄັນ ຄື: ການດຳເນີນໂຄງການຂອງບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ; ການຄຸ້ມຄອງບໍລິຫານ 2 ແຫລ່ງທ່ອງທ່ຽວ; ແລະ ການຈັດຕັ້ງປະຕິບັດໂຄງການຂອງບັນດາຫົວໜ່ວຍທຸລະກິດ ທີ່ດຳເນີນກິດຈະການຢູ່ໃນເຂດພັດທະນາເສດຖະກິດໃໝ່ສີທັນດອນ.

ທ່ານ ກໍລະກັນ ຄໍາມະວົງ ໃຫ້ຮູ້ວ່າ: ການລົງຕິດຕາມຄັ້ງນີ້ ເປັນການປະສານສົມທົບລະຫວ່າງພາກລັດ ແລະ ພາກເອກະຊົນ ເພື່ອກວດກາຄວາມຄືບໜ້າ, ຮັບຟັງລາຍງານຜົນການດຳເນີນງານ, ປຶກສາຫາລືບັນຫາຄົງຄ້າງ ແລະ ກຳນົດທິດທາງແກ້ໄຂຮ່ວມກັນ ເພື່ອໃຫ້ບັນດາໂຄງການລົງທຶນສາມາດດຳເນີນໄປຕາມສັນຍາ ແລະ ລະບຽບກົດໝາຍ, ພ້ອມທັງຊຸກຍູ້ການພັດທະນາແຫລ່ງທ່ອງທ່ຽວ ໃຫ້ມີຄວາມຍືນຍົງ ສ້າງລາຍຮັບໃຫ້ປະຊາຊົນ ແລະ ສັງຄົມໂດຍລວມ.
ຂ່າວ: ຈັນທະວີສັກ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






