ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 15:21ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໄຊຍະບູລີ ສຳຫລວດທ່າແຮງ “ຕາດຫ້ວຍໂງ່” ກຽມພັດທະນາເປັນແຫລ່ງທ່ອງທ່ຽວແຫ່ງໃໝ່

ໂດຍ Mahaxan
· 56 ນາທີ ກ່ອນອ່ານ 2 ນາທີ0 ຄັ້ງ
b6d8b3f2-ce74-4026-913c-67467cece90b
ADadvertisement
ADadvertisement
ADadvertisement

ແຂວງໄຊຍະບູລີ ສືບຕໍ່ຊອກຫາ ແລະ ພັດທະນາທ່າແຮງແຫລ່ງທ່ອງທ່ຽວທຳມະຊາດ ໂດຍລ່າສຸດໄດ້ລົງສຳຫລວດ “ຕາດຫ້ວຍໂງ່” ບ້ານນາຍາວ, ເມືອງໄຊຍະບູລີ ເພື່ອເກັບກຳຂໍ້ມູນ, ປະເມີນທ່າແຮງຄວາມສາມາດ ແລະ ຈຸດເດັ່ນຂອງພ້ືນທີ່, ສຶກສາແນວທາງພັດທະນາເປັນແຫລ່ງທ່ອງທ່ຽວແຫ່ງໃໝ່ຂອງແຂວງ.

ຫວ່າງບໍ່ດົນມານີ້, ທ່ານ ດວງຕາ ໄຊວຸດ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍ ທ່ານ ນາງ ພິລາວັນ ອົງແກ້ວ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ຄະນະຮັບຜິດຊອບຂັ້ນແຂວງ, ເມືອງໄຊຍະບູລີ, ບໍລິສັດ ພີເອັດຊີ ກຣຸບ ແລະ ຕາງໜ້າບ້ານນາຍາວ ໄດ້ລົງສຳຫລວດຕົວຈິງຢູ່ບໍລິເວນ “ຕາດຫ້ວຍໂງ່” ເພື່ອສຳຫລວດສະພາບພື້ນທີ່, ສິ່ງແວດລ້ອມ ແລະ ປັດໄຈຕ່າງໆທີ່ຈະເອື້ອອຳນວຍຕໍ່ການພັດທະນາ. ຈາກການລົງສຳຫລວດ ພົບວ່າ “ຕາດຫ້ວຍໂງ່” ມີສະພາບທຳມະຊາດທີ່ສວຍງາມ, ອຸດົມສົມບູນໄປດ້ວຍປ່າໄມ້ຂຽວສົດ ແລະ ມີສາຍນ້ຳໄຫລຜ່ານໂງ່ນຫີນທຳມະຊາດຫລາຍຊັ້ນ, ປະກອບກັບບັນຍາກາດທີ່ເຢັນສະບາຍ ແລະ ພື້ນທີ່ທີ່ຍັງຄວາມສົມບູນຂອງທຳມະຊາດ, ຈຶ່ງຖືວ່າມີທ່າແຮງໃນການພັດທະນາເປັນຈຸດພັກຜ່ອນ ແລະ ແຫລ່ງທ່ອງທ່ຽວທຳມະຊາດ. ພ້ອມນີ້ ຄະນະສຳຫລວດຍັງໄດ້ຮ່ວມກັນບຸກເບີກ ແລະ ສຶກສາເສັ້ນທາງເຂົ້າຫາຕາດ, ປະເມີນສະພາບການເຂົ້າເຖິງ, ຄວາມປອດໄພ ຕະຫລອດເຖິງສຶກສາຈຸດທີ່ສາມາດຈັດວາງສິ່ງອຳນວຍຄວາມສະດວກຕ່າງໆ ໂດຍຈະໃຫ້ຄວາມສຳຄັນຕໍ່ການຮັກສາພູມທັດ ແລະ ລະບົບນິເວດຂອງພື້ນທີ່ ບໍ່ໃຫ້ການພັດທະນາສົ່ງຜົນກະທົບຕໍ່ທຳມະຊາດ.ນອກຈາກນີ້, ຄະນະສຳຫລວດໄດ້ປຶກສາຫາລືກັບຊຸມຊົນບ້ານນາຍາວ ກ່ຽວກັບແນວທາງການປົກປັກຮັກສາ, ການອະນຸລັກປ່າໄມ້, ແຫລ່ງນ້ຳ ແລະ ສິ່ງແວດລ້ອມ ຄຽງຄູ່ກັບການສ້າງການມີສ່ວນຮ່ວມຂອງປະຊາຊົນ ໂດຍໃຫ້ຊຸມຊົນສາມາດເຂົ້າມາມີບົດບາດໃນການບໍລິການ, ອະນຸລັກ ແລະ ສ້າງລາຍຮັບຈາກການທ່ອງທ່ຽວ ຕາມແນວທາງການທ່ອງທ່ຽວໂດຍຊຸມຊົນ. ພາຍຫລັງການສຳຫລວດ, ຄະນະຮັບຜິດຊອບຈະນຳເອົາຂໍ້ມູນ, ພາບຖ່າຍ ແລະ ຜົນການສຳຫລວດຕ່າງໆມາວິເຄາະ ເພື່ອເຮັດແຜນແມ່ບົດເບື້ອງຕົ້ນ   ແລະ ກະກຽມສະເໜີ ຕໍ່ຂັ້ນເທິງພິຈາລະນາແນວທາງພັດທະນາ, ສົ່ງເສີມ, ປະຊາສຳພັນ ແລະ ດຶງດູດການລົງທຶນໃນອະນາຄົດ.

ການລົງສຳຫລວດ “ຕາດຫ້ວຍໂງ່” ໃນຄັ້ງນີ້ ຈຶ່ງເປັນບາດກ້າວໜຶ່ງຂອງແຂວງໄຊຍະບູລີ ໃນການຊອກຫາ ແລະພັດທະນາແຫລ່ງທ່ອງທ່ຽວທຳມະຊາດແຫ່ງຂອງແຂວງ ໃຫ້ສາມາດກາຍເປັນຈຸດໝາຍປາຍທາງດ້ານການທ່ອງທ່ຽວອີກແຫ່ງໜຶ່ງ ພ້ອມທັງສ້າງໂອກາດໃນການສ້າງລາຍຮັບ, ສ້າງອາຊີບ ແລະ ຍົກສູງບົດບາດຂອງຊຸມຊົນຄຽງຄູ່ກັບການອະນຸລັກທຳມະຊາດ.

(ຂໍ້ມູນຈາກພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງໄຊຍະບູລີ)

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດທ່ອງທ່ຽວ
ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່