
ສະຫວັນນະເຂດ ຍົກລະດັບມາດຕະຖານທ່ອງທ່ຽວ ຮັບຮອງຫລາຍຫົວໜ່ວຍຜ່ານເກນມາດຕະຖານອາຊຽນ


ແຂວງສະຫວັນນະເຂດ ສືບຕໍ່ຍົກລະດັບຄຸນນະພາບຂະແໜງການທ່ອງທ່ຽວ ຫລັງຈາກຫລາຍຫົວໜ່ວຍທຸລະກິດ ແລະ ສະຖານທີ່ທ່ອງທ່ຽວໃນແຂວງໄດ້ຮັບການຮັບຮອງຜ່ານມາດຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງສະແດງໃຫ້ເຫັນເຖິງຄວາມພ້ອມໃນການຍົກລະດັບການບໍລິການ ແລະ ການກ້າວສູ່ມາດຕະຖານສາກົນ.
ພິທີມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2026 ຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ແຂວງສະຫວັນນະເຂດເພື່ອຄັດເລືອກບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ທີ່ໂດດເດັ່ນ ແລະ ຜ່ານເກນມາດຕະຖານອາຊຽນ ເພື່ອຍົກລະດັບຄຸນນະພາບການບໍລິການ ແລະ ກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳການທ່ອງທ່ຽວອາຊຽນ (ATF) 2026 ທີ່ປະເທດຟີລິບປິນ ໂດຍມີ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານປົກຄອງແຂວງສະຫວັນນະເຂດ, ທ່ານ ລຳຄູນ ວໍລະວົງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ພ້ອມດ້ວຍປະທານຄະນະກຳມະການປົກຄອງນະຄອນໄກສອນ ພົມວິຫານ, ຄະນະກຳມະການຄຸ້ມຄອງມາດຕະຖານ, ຜູ້ຕາງໜ້າໂຮງແຮມ-ເຮືອນພັກ ແລະ ຮ້ານອາຫານພາຍໃນແຂວງ ເຂົ້າຮ່ວມ.

ການປະເມີນມາດຕະຖານໃນຄັ້ງນີ້ ໄດ້ດຳເນີນຢ່າງລະອຽດຖີ່ຖ້ວນ ໂດຍການປະສານງານ ກັນລະຫວ່າງກົມຄຸ້ມຄອງທຸລະກິດທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ ແລະ ໂຄສະນາການທ່ອງທ່ຽວ ຮ່ວມກັບພາກສ່ວນກ່ຽວຂ້ອງຂອງທ້ອງຖິ່ນ. ຜ່ານການກວດກາ ແລະ ປະເມີນຕາມຫລັກເກນຢ່າງເຂັ້ມງວດ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຄັດເລືອກຫົວໜ່ວຍທຸລະກິດທ່ອງທ່ຽວທີ່ຜ່ານເກນມາດຕະຖານຈຳນວນ 59 ລາຍການ. ສຳລັບແຂວງສະຫວັນນະເຂດ ມີ 3 ຫົວໜ່ວຍສຳຄັນທີ່ໄດ້ຮັບການຮັບຮອງປະກອບມີ ໂຮງແຮມບົວສະຫວັນ ທີ່ໄດ້ຮັບມາດຕະຖານໂຮງແຮມຂຽວອາຊຽນ; ນະຄອນໄກສອນພົມວິຫານ ໄດ້ມາດຕະຖານເມືອງທ່ອງທ່ຽວສະອາດ ແລະ ສະປາສະຫວັນຣີສອດໄດ້ຮັບໃບຢັ້ງຢືນມາດຕະຖານສະປາອາຊຽນ.
ພ້ອມນີ້, ທ່ານ ທອງໃສ ໄຊຍະວົງຄຳດີ ໄດ້ໃຫ້ກຽດມອບລາງວັນ ແລະ ໃບຢັ້ງຢືນມາດຕະຖານແກ່ບັນດາຫົວໜ່ວຍທີ່ຜ່ານການປະເມີນ ພ້ອມທັງໃຫ້ກຽດໂອ້ລົມ ໂດຍເນັ້ນໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ຍົກສູງຄຸນນະພາບການບໍລິການ, ພັດທະນາຕົວເມືອງ, ໂຮງແຮມ-ເຮືອນພັກ, ຮ້ານອາຫານ ແລະ ທຸລະກິດດ້ານການທ່ອງທ່ຽວໃຫ້ມີຄຸນນະພາບ, ສະອາດ, ປອດໄພ ແລະ ໄດ້ມາດຕະຖານ ເພື່ອສ້າງພາບພົດອັນດີ ແລະ ກ້າວເຂົ້າສູ່ມາດຕະຖານສາກົນ. ການມອບ-ຮັບລາງວັນ ແລະ ໃບຢັ້ງຢືນມາດຕະຖານອາຊຽນໃນຄັ້ງນີ້, ຖືເປັນອີກກ້າວສຳຄັນຂອງແຂວງສະຫວັນນະເຂດ ໃນການພັດທະນາຂະແໜງການທ່ອງທ່ຽວໃຫ້ດີຂຶ້ນ, ສ້າງຄວາມເຊື່ອໝັ້ນແກ່ນັກທ່ອງທ່ຽວ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນ ພ້ອມມຸ່ງໄປສູ່ການສ້າງແຂວງສະຫວັນນະເຂດໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວ ທີ່ມີຄຸນນະພາບໃນລະດັບພາກພື້ນ ແລະ ສາກົນ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






