ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານໃນ 5 ຂະແໜງ

ໂດຍ Jenjila
· 4 ອາທິດ ກ່ອນອ່ານ 2 ນາທີ21 ຄັ້ງ
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານໃນ 5 ຂະແໜງ
ADadvertisement
ADadvertisement
ADadvertisement

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສ.ອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງ ເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານ ຂຶ້ນ ທີ່ ນະຄອນຫຼວງ ບາກູ ໃນວັນທີ 14 ຕຸລາ 2026 ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງ ໝົດ 80 ທ່ານ ຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງີນ, ໂລຈິດສະຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານໃນ 5 ຂະແໜງ

ກອງປະຊຸມໄດ້ຮັບກຽດ ກ່າວມີຄໍາເຫັນ ໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕິ ກະຊວງ ອຸດສາຫະກໍາ ແລະ ການຄ້າ ສປປ ລາວ ແລະ ທ່ານ Anar Akhundov, ຮອງລັດຖະມົນຕີ ກະຊວງເສດຖະກິດ, ສ.ອາແຊັກໄບຊານ ໂດຍໄດ້ຢືນຢັນວ່າ ສປປ ລາວ ແລະ ສ.ອາແຊັກໄບຊານ ມີສາຍພົວພັນທີ່ດີຕະຫຼອດໄລຍະ 30 ປີຜ່ານມາ ແລະ ໄດ້ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນລະດັບພາກພື້ນ ແລະ ສາກົນ ແລະ ເອກະພາບກັນວ່າ 2 ປະເທດ ມີທ່າແຮງທີສາມາດເສີມຂະຫຍາຍການຮ່ວມມືທາງການຄ້າ ແລະ ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍອີງໃສ່ທ່າແຮງໄດ້ປຽບຂອງແຕ່ລະປະເທດ.

ທ່ານ ປອ. ວັນທະນາ ນໍລິນທາ, ກໍາມະການ, ຜູ້ປະຈໍາການ, ຫົວໜ້າຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ນຳສະເໜີ ນະໂຍບາຍ ແລະ ກາລະໂອກາດໃນການລົງທຶນຂອງ ສປປ ລາວ ໂດຍໄດ້ຢືນຢັນວ່າ ລັດຖະບານລາວ ສະໜັບສະໜູນການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ຖືສຳຄັນໃນການປັບປຸງສະພາບແວດລ້ອມໃນການລົງທຶນໃຫ້ມີຄວາມສະດວກ, ພ້ອມທັງເຊີນຊວນ ວິສາຫະກິດຂອງ ອາແຊັກໄບຊານ ສຶກສາກາລະໂອກາດໃນການລົງທຶນຢູ່ ສປປ ລາວ ໃນ 5 ຂະແໜງການຕົ້ນຕໍ ຄື: ການປຸງແຕ່ງກະສິກຳທີມີມູນຄ່າສູງ, ການປຸງແຕ່ງແຮ່ທາດ (ລັດຖະບານລາວເປີດຮັບການລົງທຶນໃນອຸດສາຫະກຳປາຍນໍ້າຂອງກິດຈະການແຮ່ທາດ ເພື່ອສ້າງມູນຄ່າເພີ່ມຢູ່ພາຍໃນປະເທດ), ນໍ້າມັນ (ສົ່ງອອກນໍ້າມັນຈາກ ອາແຊັກໄບຊານ ມາ ສປປ ລາວ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນສ້າງໂຮງກັ່ນນໍ້າມັນຢູ່ ສປປ ລາວ), ໂລຈິດສະຕິກ ແລະ ການທ່ອງທ່ຽວ.

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານໃນ 5 ຂະແໜງ · ຮູບທີ 3

ໃນຕອນທ້າຍ ຍັງໄດ້ມີປຶກສາຫາລືລະຫວ່າງ ພາກລັດ ກ່ຽວກັບກົນໄກ ແລະ ກາລະໂອກາດໃນການເສີມຂະຫຍາຍການຮ່ວມມື ແລະ ແລກປ່ຽນບົດຮຽນກັນໃນຕໍ່ໜ້າ, ແລະ ພາກທຸລະກິດ ຂອງສອງປະເທດ ໄດ້ພົບປະ ແລະ ປຶກສາຫາລືກ່ຽວກັບການເສີມຂະຫຍາຍການຮ່ວມມືກັນທາງທຸລະກິດ ໂດຍສະເພາະ ການຊື້-ຂາຍພະລັງງານ, ການປຸງແຕ່ງແຮ່ທາດ ແລະ ການສ້າງກອງທຶນພັດທະນາພື້ນຖານໂຄງລ່າງ.

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານໃນ 5 ຂະແໜງ · ຮູບທີ 4

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່