ເຫດຄົນຢຽບກັນໃນງານບຸນທາງສາສະໜາທີ່ອິນເດຍ ເສຍຊີວິດຢ່າງໜ້ອຍ 17 ຄົນ ບາດເຈັບ 25 ຄົນ

ເກີດເຫດຝູງຊົນແອອັດຈົນຢຽບກັນໃນງານບຸນທາງສາສະໜາຮິນດູ ທີ່ເມືອງໂກລກາຕາ (Kolkata) ລັດເບງການຕາເວັນຕົກ ທາງຕາເວັນອອກຂອງປະເທດອິນເດຍ ໃນວັນທີ 17 ຕຸລາ 2026 ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 17 ຄົນ ແລະບາດເຈັບອີກ 25 ຄົນ ຕາມການລາຍງານຂອງສື່ທ້ອງຖິ່ນ ແລະເຈົ້າໜ້າທີ່.

ເຫດການເກີດຂຶ້ນບໍລິເວນປະຕູທາງອອກຂອງສະຖານທີ່ຈັດງານບຸນ Durga Puja ໃນເຂດ Girish Park ຂອງເມືອງໂກລກາຕາ ໃນຂະນະທີ່ມີຝົນຕົກໜັກ ແລະມີຜູ້ຄົນຈຳນວນຫຼາຍພະຍາຍາມອອກຈາກສະຖານທີ່ພ້ອມກັນ ຈົນເກີດຄວາມແອອັດ ແລະການດັນກັນຂອງຝູງຊົນ.
Durga Puja ເປັນງານບຸນສຳຄັນປະຈຳປີຂອງຊາວຮິນດູ ໃນລັດເບງການຕາເວັນຕົກ ໂດຍມີການຈັດສ້າງສາລາຊົ່ວຄາວເພື່ອປະດິດສະຖານຮູບເທບທິດາ Durga ແລະດຶງດູດຜູ້ຄົນຈຳນວນຫຼາຍໃຫ້ເຂົ້າຮ່ວມງານຕະຫຼອດຫຼາຍມື້.


ຕາມລາຍງານ ຜູ້ບາດເຈັບທັງໝົດໄດ້ຮັບການຊ່ວຍເຫຼືອ ແລະນຳສົ່ງໄປໂຮງໝໍເພື່ອຮັບການປິ່ນປົວ. ຂະນະດຽວກັນ ສຳນັກງານຂອງນາຍົກລັດຖະມົນຕີ Narendra Modi ໄດ້ປະກາດເງິນຊ່ວຍເຫຼືອ 200,000 ຣູປີອິນເດຍ ຫຼືປະມານ 2,106 ໂດລາສະຫະລັດ ໃຫ້ແກ່ຄອບຄົວຂອງຜູ້ເສຍຊີວິດ ແລະ 50,000 ຣູປີ ຫຼືປະມານ 527 ໂດລາ ຕໍ່ຜູ້ບາດເຈັບແຕ່ລະຄົນ.


ເຫດການຄັ້ງນີ້ເປັນອີກຄັ້ງທີ່ສະທ້ອນໃຫ້ເຫັນເຖິງຄວາມສ່ຽງດ້ານຄວາມປອດໄພໃນການຈັດງານທີ່ມີຜູ້ຄົນເຂົ້າຮ່ວມຈຳນວນຫຼາຍ ໂດຍສະເພາະການຄວບຄຸມຝູງຊົນ ແລະການຈັດລະບົບທາງເຂົ້າ-ທາງອອກໃຫ້ປອດໄພ.
ທີ່ມາ: Reuters ແລະສື່ຂ່າວຕ່າງປະເທດ


