ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ40 ຄັ້ງ
ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າ
ADadvertisement
ADadvertisement
ADadvertisement

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ຮ່ວມກັບບັນດາອົງການຈັດຕັ້ງສາກົນ ຈັດກິດຈະກຳບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ສູງອາຍຸໂດຍບໍ່ເສຍຄ່າ, ກິດຈະກໍາກວດວັດແທກສາຍຕາໂດຍບໍ່ເສຍຄ່າ (ຟຣີ) ໃຫ້ແກ່ປະຊາຊົນຜູ້ທີ່ມີບັນຫາທາງສາຍຕາ ວັນທີ 13 ຕຸລາ 2026 ທີ່ຫ້ອງການປົກຄອງເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ດຣ ນາງ ສຸລິພອນ ສຸດາຈັນ ຮອງຫົວໜ້າກົມປິ່ນປົວ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ບົວໃສ ລຸນນະວົງສາ ຄະນະປະຈຳພັກເມືອງ, ປະທານກຳມະການປົກຄອງເມືອງຫາດຊາຍຟອງ, ທ່ານ ດຣ ຄຳຄູນ ໂຫລານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າ

ການຈັດກິດຈະກຳຄັ້ງນີ້, ເປັນການສະເຫລີມສະຫລອງວັນສາຍຕາໂລກ ປະຈຳປີ 2026 ແນ ໃສ່ປິ່ນປົວ ແລະ ຮັກສາຄົນເຈັບຕາມົວ, ຕາບໍ່ເຫັນຮຸ່ງ ຫລື ຕາບອດຍ້ອນພະຍາດແກ່ນຕາຂຸ້ນ ຫາກກວດພົບໃນຄັ້ງນີ້, ຈະໄດ້ບໍລິການຜ່າຕັດແກ່ນຕາຂຸ້ນໃຫ້ ໂດຍບໍ່ເສຍຄ່າ ໝາຍຄວາມວ່າຄ່າໃຊ້ຈ່າຍໃນການຜ່າຕັດໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກຜູ້ໃຈບຸນ ກໍຄື ອົງການຈັດຕັ້ງສາກົນ ໄດ້ແບ່ງ ປັນນໍ້າໃຈເຮັດເປັນໂຄງການຜ່າຕັດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ ເພື່ອຊ່ວຍເຫລືອຄົນເຈັບຕາບອດ ຜູ້ທຸກຍາກ ແລະ ດ້ອຍໂອກາດໃນ ສປປລາວ.

ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າ · ຮູບທີ 2

ວັນສາຍຕາໂລກແມ່ນງານໜຶ່ງ ທີ່ຈັດຂຶ້ນທຸກໆປີ ໃນອາທິດທີ 2 ຂອງເດືອນຕຸລາ ເພື່ອເລັ່ງໃສ່ໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການແກ້ໄຂບັນຫາຕາບອດ ຂອງແຕ່ລະປະເທດໃນທົ່ວໂລກ, ການສະເຫລີມສະຫລອງວັນດັ່ງກ່າວ ເພື່ອໃຫ້ທົ່ວສັງຄົມຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການກັນ ແລະ ການປິ່ນປົວພະຍາດຕາບອດ ຊຶ່ງຈະນຳໄປສູ່ການໃຫ້ຄວາມສຳຄັນຕໍ່ສິດທິໃນການເບິ່ງເຫັນ.

ADadvertisement
ADadvertisement
ADadvertisement

ຂ່າວ: ສູນຂ່າວສານການແພດ ສຸຂະສຶກສາ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່