ກອງປະຊຸມລະດັບສູງຂອງໜ່ວຍງານຄວບຄຸມຢາເສບຕິດ ກັບກຸ່ມບັນດາປະເທດຜູ້ໃຫ້ທຶນ ເພື່ອແກ້ໄຂບັນຫາຢາເສບ ຕິດ ຢູ່ ສປປ ລາວ

ໃນວັນທີ 16 ຕຸລາ 2026, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບ ສະຖານເອກອັກຄະຣາຊະທູດ ແຫ່ງ ປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ອົງການສະ ຫະປະຊາຊາດ ເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາຊະຍາກໍາ ໄດ້ຈັດກອງປະຊຸມລະດັບສູງຂອງໜ່ວຍງານຄວບ ຄຸມຢາເສບຕິດກັບກຸ່ມບັນດາປະເທດຜູ້ໃຫ້ທຶນເພື່ອແກ້ໄຂບັນຫາຢາເສບຕິດ ຢູ່ ສປປ ລາວ ຄັ້ງທີ 21 ປະຈໍາປີ 2026 ຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ທ່ານ ທາຊາກະ ທາກູໂລະ ອັກຄະຣາຊະທູດຢີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ໄຣເນີ ພັງ ຫົວໜ້າທີມງານດ້ານຢາເສບຕິດ ແລະ ສານເຄມີຕັ້ງຕົ້ນ ຫ້ອງການພາກພື້ນ ອົງການ UNODC ປະຈຳອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກ, ມີບັນດາທູຕານຸທູດ, ຕາງໜ້າຈາກອົງການຈັດຕັ້ງສາກົນ, ຕາງໜ້າຈາກບັນດາກະຊວງ ແລະ ກົມກອງທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ກອງປະຊຸມ, ໄດ້ຮັບຟັງການລາຍງານສະພາບບັນຫາຢາເສບຕິດ ຢູ່ ສປປ ລາວ ແລະ ແຜນວຽກທີ່ເປັນບູລິມະສິດ ທີ່ຈະຈັດຕັ້ງປະຕິບັດໃນແຜນງານແຫ່ງຊາດ 2026- 2030, ໄດ້ຮັບຟັງການລາຍງານຈາກອົງການ UNODC ກ່ຽວກັບພາບລວມສະຖານະການຢາເສບຕິດໃນລະດັບໂລກ ແລະ ພາກພື້ນ, ບົດລາຍງານ ຢາເສບຕິດໂລກ ປີ 2026 (World Drug Report 2026) ແລະ ບົດລາຍງານຢາເສບຕິດສັງເຄາະໃນອາຊີຕາເວັນອອກ ແລະ ອາຊີຕາ ເວັນອອກສຽງໃຕ້ (Synthetic Drugs Report),ຈຸດເດັ່ນຂອງກິດຈະກຳ ແລະ ຜົນງານຂອງ UNODC ໃນ ສປປ ລາວ, ການສະແດງຄວາມຄິດເຫັນຈາກບັນດາຄູ່ຮ່ວມງານ ໂດຍຜູ້ແທນລັດຖະບານ, ຄະນະທູຕານຸທູດ ແລະ ພາກສ່ວນອື່ນໆ, ລາຍງານຄວາມຄືບໜ້າຂອງກອງປະຊຸມໂຕະມົນ, ການປັບປຸງໂຄງສ້າງຄະນະເຮັດວຽກຂອງໜ່ວຍງານຄວບຄວາມຢາເສບຕິດ ແລະ ການສົ່ງເສີມການຮ່ວມມື.

ກອງປະຊຸມ, ຍັງໄດ້ທົບທວນຄືນການຈັດຕັ້ງປະຕິບັດວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ໃນປີຜ່ານມາ ເຊິ່ງປະກອບມີວຽກງານປ້ອງກັນ-ໂຄສະນາສຶກສາອົບ ຮົມກ່ຽວກັບຜົນຮ້າຍຂອງຢາເສບຕິດ, ວຽກງານປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ, ວຽກງານສະກັດກັ້ນ ແລະ ເຝົ້າລະວັງການລັກລອບປູກພືດທີ່ມີສານເສບຕິດ ( ຝິ່ນ, ກັນຊາ ) ຂອງປະຊາຊົນໃນບາງທ້ອງຖິ່ນຢູ່ເຂດພາກກາງ ແລະ ພາກເໜືອ, ການປະຕິບັດໂຄງການທົດແທນການປູກພືດທີ່ມີສານເສບຕິດ, ສະພາບການລັກລອບຊື້ ຂາຍ, ລໍາລຽງຂົນສົ່ງຢາເສບຕິດ, ວຽກງານປະຕິບັດມາດຕະການທາງດ້ານກົດໝາຍ ແລະ ວຽກງານສໍາຄັນອື່ນໆ.

ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນນໍາກັນເພື່ອຊອກຫາມາດຕະການ ແລະ ວິທີການເໝາະສົມ ເພື່ອແນໃສ່ເຮັດໃຫ້ການປະຕິບັດແຜນງານແຫ່ງຊາດ 2026-2030 ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນຕໍ່ໜ້າ ໃຫ້ນັບມື້ໄດ້ຮັບຜົນດີ.
ພາບ-ຂ່າວ: ຄໍາໂຖ


