MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກໍລະນີມີຄລິບວິດີໂອທີ່ເຫັນເຈົ້າໜ້າທີ່ຕໍາຫຼວດຈະລາຈອນເກາະຢູ່ຂ້າງລົດຈິບສີຂາວ ຢູ່ເສັ້ນທາງ 450 ປີ ຍ້ອນມີນໍ້າກະທ້ອມ ແລະ ຢາສູບໄຟຟ້າ ຈຶ່ງບໍ່ຍອມໃຫ້ເຈົ້າໜ້າທີ່ກວດ

ກໍລະນີມີຄລິບວິດີໂອທີ່ເຫັນເຈົ້າໜ້າທີ່ຕໍາຫຼວດຈະລາຈອນເກາະຢູ່ຂ້າງລົດຈິບສີຂາວ ຢູ່ເສັ້ນທາງ 450 ປີ ຍ້ອນມີນໍ້າກະທ້ອມ ແລະ ຢາສູບໄຟຟ້າ ຈຶ່ງບໍ່ຍອມໃຫ້ເຈົ້າໜ້າທີ່ກວດ

Jenjila
ເຜີຍແຜ່: 13 October 2026, 14:17
ປັບປຸງຫຼ້າສຸດ: 13 October 2026, 14:17
ອ່ານ 1 ຄັ້ງ
Jen - Mahasan Post (30)

ກໍລະນີມີຄລິບວິດີໂອທີ່ເຫັນເຈົ້າໜ້າທີ່ຕໍາຫຼວດຈະລາຈອນເກາະຢູ່ຂ້າງລົດຈິບສີຂາວ ຢູ່ເສັ້ນທາງ 450 ປີ ເຂດທາງເຂົ້າສະຖານີລົດໄຟລາວ-ຈີນ ທີ່ຖືກເຜີຍແຜ່ໃນສື່ສັງຄົມອອນລາຍໃນຄືນວັນທີວັນທີ 7 ຕຸລາ 2026 ທີ່ຜ່ານມາ, ຜູ້ຂັບຂີ່ລົດຄັນດັ່ງກ່າວໃຫ້ຂໍ້ມູນກັບເຈົ້າໜ້າທີ່ວ່າ ເມື່ອເຫັນເຈົ້າໜ້າທີ່ຂໍກວດກາເອກະສານເກີດຄວາມຢ້ານກວາ ຍ້ອນໃນລົດມີນໍ້າກະທ້ອມ ແລະ ຢາສູບໄຟຟ້າ ຈິ່ງຂັບຂີ່ລົດໜີ.

ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນຄະດີອາຍາ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 7 ຕຸລາ 2026 ເວລາ 21:00 ນາທີ ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງ ວຽງຈັນ ໄດ້ລົງຕັ້ງຈຸດກວດກາປະຈຳອາທິດຢູ່ຈຸດກວດກາຫຼັກ 6 ຖະໜົນໄກສອນ ໄດ້ພົບເຫັນລົດຈິບຍີ່ຫໍ້ ໂຕໂຍຕ້າ ຟໍຈູນເນີ, ສີຂາວ, ປ້າຍທະບຽນ ກຫ 8899 ສະຫວັນນະເຂດ ຈິ່ງໄດ້ເປົ່າຫວີດໃຫ້ຜູ້ຂັບຂີ່ຈອດລົດເພື່ອກວດກາ ແຕ່ບໍ່ຈອດແລ້ວໄດ້ຂັບລົດໜີ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນຈຶ່ງໄດ້ຂັບຂີ່ລົດຈັກນໍາໄປ ຮອດໄຟອໍານາດຫຼັກ 6 ຜູ້ກ່ຽວແມ່ນຈອດຕິດໄຟແດງ ແລ້ວເຈົ້າໜ້າທີ່ໄດ້ຍ່າງໄປເພື່ອຂໍກວດ ແຕ່ຜູ້ຂັບຂີ່ໄດ້ຂັບລົດໜີໄປອີກໂດຍມີເຈົ້າໜ້າທີ່ຕຳຫຼວດຈະລາຈອນຢືນຢູ່ຂ້າງປະຕູລົດ ເກະປະຕູລົດໄປນໍາຈົນຮອດທາງ 450 ປີ ໜ້າທາງເຂົ້າສະຖານີລົດໄຟ ຈິ່ງຈອດລົດ; ເຈົ້າໜ້າທີ່ຕຳຫຼວດຈະລາຈອນຈຶ່ງໄດ້ກວດຄົ້ນ ພົບວ່າຜູ້ຂັບຂີ່ຊື່ ທ້າວ ໂພຄໍາ ອາຍຸ 19 ປີ ຢູ່ບ້ານສະພັງເມິກ ເມືອງໄຊທານີ່ ແລະ ໃນລົດພົບເຫັນນໍ້າກະທ້ອມ 7 ຕຸກ ແລະ ຢາສູບໄຟຟ້າ 1 ອັນ ແລ້ວ ໄດ້ນໍາເອົາຕົວຜູ້ກ່ຽວມາສືບສວນ-ສອບສວນ ທີ່ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ.

ທ້າວ ໂພຄໍາ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນ ເວລາປະມານ 21 ໂມງ ນາງ ປາຍຟ້າ ອາຍຸ 16 ປີ ປັດຈຸບັນຢູ່ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງຢູ່ ເຮືອນຫຼັງດຽວກັນ ໄດ້ໂທລະສັບມາຫາ ໃຫ້ເອົານໍ້າກະທ້ອມທີ່ຢູ່ໃນລົດຄັນດັ່ງກ່າວໄປສົ່ງຢູ່ສູນການຄ້າລາວໄອເຕັກ, ຕົນຈິ່ງໄດ້ຂັບຂີ່ລົດໃຫຍ່ຄັນດັ່ງກ່າວອອກໄປ ໃນເວລາ ເດີນທາງມາຮອດເຂດຫໍປະຊຸມແຫ່ງຊາດ ຫຼັກ 6 ໄດ້ເຫັນເຈົ້າໜ້າຕຳຫຼວດຈະລາຈອນຕັ້ງດ່ານກວດລົດ ພໍຮອດຈຸດກວດເຈົ້າ ໜ້າທີ່ໄດ້ເປົ່າຫວີດບອກໃຫ້ຕົນຢຸດລົດ ແຕ່ຕົນບໍ່ຢຸດ ຈຶ່ງໄດ້ຂັບຂີ່ລົດມຸ້ງໜ້າໄປທາງໄຟອໍານາດຫຼັກ 6 ແລ້ວມີເຈົ້າໜ້າທີ່ຂັບຂີ່ລົດນໍາມາ 2 ຄົນ, ເຈົ້າໜ້າທີ່ຜູ້ໜຶ່ງແມ່ນເອົາລົດມາຈອດຕັນໜ້າ ແລະ ອີກຜູ້ໜຶ້ງຍ່າງມາເຄາະແວ່ນເບື້ອງຂວາມື ເບື້ອງຄົນນັ່ງໂດຍບອກໃຫ້ຈອດລົດແຕ່ຕົນບໍ່ຈອດຍ້ອນຄວາມຢ້ານ ຈຶ່ງໄດ້ຂັບລົດໜີໂດຍມີເຈົ້າໜ້າທີ່ເກາະຕິດລົດໄປນໍາ, ພໍຂັບລ້ຽວຊ້າຍໄປທາງບ້ານ ໜອງໜ່ຽງ ກາຍໄຟແດງໄປປະມານ 20-30 ແມັດ ໄດ້ແນມເຫັນເຈົ້າ ໜ້າທີ່ຕຳຫຼວດເກາະຢູ່ຂ້າງລົດ ຈຶ່ງໄດ້ຈອດລົດແລ້ວເອົາແວ່ນລົງ, ເຈົ້າໜ້າທີ່ບອກຕົນວ່າມີຫຍັງໃຫ້ລົມກັນດີໆ ແລ້ວເຫັນມີເຈົ້າໜ້າທີ່ຂັບຂີ່ລົດນໍາມາອີກ ເມື່ອເປັນແນວນັ້ນຕົນຈຶ່ງໄດ້ຂັບລົດໜີໄປອີກ ໂດຍມີເຈົ້າໜ້າທີ່ຕຳຫຼວດເກາະລົດ ໄປນໍາ, ຕົນໄດ້ຂັບລົດມຸ້ງໜ້າໄປຮອດທາງ 450 ປີ ແຖວທາງເຂົ້າສະຖານີລົດໄຟ ຈຶ່ງໄດ້ຈອດລົດ ແລະ ຍອມໃຫ້ເຈົ້າໜ້າທີ່ກວດພາຍໃນລົດ.

ປັດຈຸບັນເຈົ້າໜ້າທີ່ດໍາລັງດໍາເນີນການສືບສວນ-ສອບສວນຢ່າງລະອຽດຖີຖ້ວນເພື່ອນໍາເນີນຕາມລະບຽບກົດໝາຍ.

ຂ່າວ:ບ່າວດອນຂຽວ

ພາບ:ຄວາມສະຫງົບ

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ, ເຫດການ

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ