MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

kaling
ເຜີຍແຜ່: 16 October 2026, 10:15
ປັບປຸງຫຼ້າສຸດ: 16 October 2026, 10:15
ອ່ານ 4 ຄັ້ງ
Copy of pele - 2026-10-16T100526.489

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ (Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS), ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງ ເພື່ອແລກ ປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສ ເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລື ທິດທາງການຮ່ວມມືໃນຕໍ່ໜ້າ. ໃນໂອກາດນີ້, ທ່ານ ນາງ ໄກມະນີ ອໍລະບູນ ໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດໃນການຈັດການຮຽນ-ການສອນພາສາລາວ ໃນ ສ ເກົາຫຼີ ຄົບຮອບ 10 ປີ ຊຶ່ງເປັນຂີດໝາຍສຳຄັນໃນການສົ່ງເສີມສາຍພົວພັນມິດຕະພາບລາວ-ເກົາຫຼີ. ການຮຽນພາສາລາວ ບໍ່ພຽງແຕ່ ຊ່ວຍໃຫ້ນັກສຶກສາເກົາຫຼີ ສາມາດສື່ສານດ້ວຍພາສາລາວໄດ້ເທົ່ານັ້ນ, ແຕ່ຍັງຊ່ວຍ ເສີມສ້າງຄວາມເຂົ້າໃຈ ຕໍ່ວັດທະນະທຳ, ຮີດຄອງປະເພນີ ແລະ ສັງຄົມລາວຫຼາຍຂຶ້ນ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມ ຂອບໃຈ ຕໍ່ຄະນະອາຈານ ແລະ ຜູ້ກ່ຽວຂ້ອງທຸກຝ່າຍ ທີ່ໄດ້ທຸ່ມເທແຮງກາຍແຮງໃຈໃນການພັດທະນາການຮຽນ-ການສອນ ພາສາລາວ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງເປັນພື້ນຖານສຳຄັນໃນການສົ່ງເສີມການແລກປ່ຽນ ລະຫວ່າງ ຊາວໜຸ່ມຂອງສອງ ປະເທດ. ທ່ານຍັງສະແດງຄວາມຫວັງວ່າ ການຮ່ວມມືກັບສະຖາບັນການສຶກສາຂອງລາວ ຈະໄດ້ຮັບການຂະຫຍາຍຕົວຕື່ມອີກ ໃນອະນາຄົດ ແລະ ນຳມາຊຶ່ງຜົນສຳເລັດທີ່ເປັນຮູບປະທຳດ້ານການສຶກສາ.

ທ່ານ ນາງ ກຶນເຮ ຊິນ ໄດ້ເນັ້ນວ່າ: ນັບແຕ່ການເປີດສອນພາສາລາວໃນປີ 2016, ຄວາມຮ່ວມມື ລະຫວ່າງ ອາຈານລາວ ແລະ ອາຈານເກົາຫຼີ ໄດ້ມີສ່ວນສຳຄັນໃນການພັດທະນາຫຼັກສູດ, ປຶ້ມແບບຮຽນ ແລະ ຂະຫຍາຍໂອກາດ ການຮຽນຮູ້ພາສາລາວໃຫ້ແກ່ນັກສຶກສາ. HUFS ຈະສືບຕໍ່ສົ່ງເສີມການຮຽນພາສາລາວ ແລະ ຊຸກຍູ້ໃຫ້ນັກສຶກສານຳໃຊ້ ຄວາມຮູ້ດ້ານພາສາເພື່ອສຶກສາຄົ້ນຄວ້າ ແລະ ເຂົ້າໃຈປະເທດລາວໃຫ້ເລິກເຊິ່ງຍິ່ງຂຶ້ນ.

HUFS ເປັນໜຶ່ງໃນສະຖາບັນການສຶກສາຊັ້ນນຳຂອງ ສ ເກົາຫຼີ ດ້ານພາສາຕ່າງປະເທດ ແລະ ການສຶກສາພາກພື້ນ ໂດຍເປີດສອນພາສາຕ່າງປະເທດເຖິງ 45 ພາສາ. ການຮຽນພາສາລາວຢູ່ HUFS ເລີ່ມຕົ້ນໃນປີ 2016 ແລະ ປັດຈຸບັນ ມີການສອນພາສາ ແລະ ວັດທະນະທຳລາວລວມ 3 ວິຊາຕໍ່ພາກຮຽນ, ພາຍໃຕ້ພາກວິຊາໄທສຶກສາ ແລະ ພາກວິຊາການແປ ແລະ ການແປປາກເປົ່າພາສາໄທ. ໃນໄລຍະປີ 2016-2026, ມີຕົວເລກການລົງທະບຽນຮຽນລວມ 783 ເທື່ອຄົນ.

ນັບແຕ່ປີ 2022, ການສອນພາສາລາວໄດ້ຮັບການສະໜັບສະໜູນພາຍໃຕ້ໂຄງການ ຂອງ ລັດຖະ ບານເກົາຫຼີ ເພື່ອສົ່ງເສີມການຮຽນ-ການສອນພາສາຕ່າງປະເທດທີ່ມີຄວາມສຳຄັນທາງຍຸດທະສາດ. ໂຄງການ ດັ່ງກ່າວໄດ້ຊ່ວຍພັດທະນາ ຫຼັກສູດມາດຕະຖານ ແລະ ປຶ້ມແບບຮຽນພາສາລາວຕັ້ງແຕ່ລະດັບ A1 ຫາ B2. ນອກຈາກນັ້ນ, ຍັງມີການຈັດສອບເສັງ ມາດຕະຖານເພື່ອປະເມີນລະດັບຄວາມສາມາດ ດ້ານພາສາລາວເປັນປະ ຈຳທຸກປີ. ຜົນສຳເລັດດັ່ງກ່າວສ່ວນໜຶ່ງເກີດຈາກ ການຮ່ວມມືຂອງອາຈານລາວ ແລະ ເກົາຫຼີ. ທ່ານ ນາງ ວິໄລພອນ ສົມສະໝອນ, ຫົວໜ້າຄະນະວິຊາເສດຖະສາດ ແລະ ການທ່ອງທ່ຽວ, ມະຫາວິທະຍາໄລສຸພານຸວົງ, ເປັນອາຈານທີ່ສອນພາສາລາວຄົນທຳອິດຂອງ HUFS ໃນປີ 2016 ແລະ ຍັງສືບຕໍ່ຮ່ວມມືດ້ານການຄົ້ນຄວ້າ, ການຮຽບຮຽງປຶ້ມແບບຮຽນ ແລະ ການໃຫ້ຄຳປຶກສາດ້ານການສອນ. ນອກຈາກນັ້ນ, ທ່ານ ນາງ ບົວສອນ ທຳມະຈັກ ຈາກພາກວິຊາພາສາ-ວັດທະນະທຳລາວ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ກໍໄດ້ມີ ສ່ວນຮ່ວມໃນການໃຫ້ຄຳປຶກສາດ້ານການສອນ. ປັດຈຸບັນ, ທ່ານ ນາງ ຊູອຶນ ກິມ (Dr. Sueun Kim) ເປັນອາຈານຜູ້ ຮັບຜິດຊອບການສອນພາສາລາວຢູ່ HUFS.

ນອກຈາກການຮຽນ-ການສອນໃນຫ້ອງຮຽນແລ້ວ, HUFS ແລະ ສະຖານທູດລາວປະຈຳ ສ ເກົາຫຼີ ຍັງໄດ້ ຮ່ວມກັນຈັດກິດຈະກຳຫຼາຍຮູບແບບ ເພື່ອສົ່ງເສີມການຮຽນຮູ້ພາສາ ແລະ ວັດທະນະທຳຂອງສອງປະເທດ. ກິດຈະກຳດັ່ງກ່າວ ປະກອບມີ ການສອນພາສາເກົາຫຼີໃຫ້ແກ່ພະນັກງານສະຖານທູດ ແລະ ຊາວລາວໃນ ສ ເກົາຫຼີ ທັງໃນຮູບແບບອອນລາຍ ແລະ ແບບເຊິ່ງໜ້າ; ການຈັດໂຄງການຝຶກງານອອນລາຍຢູ່ສະຖານທູດ ສຳລັບນັກສຶກ ສາທີ່ຮຽນພາສາລາວ; ການບັນຍາຍພິເສດ ໂດຍເອກອັກຄະລັດຖະທູດ; ການສະແດງຟ້ອນລາວ; ແລະ ການປະ ກວດວີດີໂອພາສາລາວ. ນອກຈາກນັ້ນ, ໂຄງການ Summer School ທີ່ມະຫາວິທະຍາໄລສຸພານຸວົງ ຍັງເປັນອີກໜຶ່ງກິດຈະກຳສຳຄັນ ທີ່ເປີດໂອກາດ ໃຫ້ນັກສຶກສາເກົາຫຼີ ໄດ້ຮຽນພາສາລາວ ແລະ ແລກປ່ຽນ ປະສົບການກັບນັກສຶກສາລາວ ແລະ ກິດຈະກຳອື່ນໆອີກຈຳນວນຫຼາຍ. ກິດຈະກຳເຫຼົ່ານີ້ ບໍ່ພຽງແຕ່ຊ່ວຍເພີ່ມພູນ ຄວາມຮູ້ ແລະ ທັກສະດ້ານພາສາຂອງນັກສຶກສາເທົ່ານັ້ນ, ແຕ່ຍັງຊ່ວຍເສີມສ້າງຄວາມເຂົ້າໃຈ, ມິດຕະພາບ ແລະ ການແລກປ່ຽນລະຫວ່າງປະຊາຊົນລາວ-ເກົາຫຼີໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ໃນໂອກາດດຽວກັນນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ໄດ້ມອບໃບ ກຽດຕິຄຸນໃຫ້ແກ່ ທ່ານ ນາງ ຊູອຶນ ກິມ (Dr. Sueun Kim), ອາຈານຜູ້ຮັບຜິດຊອບການສອນພາສາ, ສັງຄົມ ແລະ ວັດທະນະທຳລາວຢູ່ HUFS, ເພື່ອເປັນການຍ້ອງຍໍ ແລະ ສະແດງຄວາມຂອບໃຈຕໍ່ການອຸທິດຕົນ ແລະ ການປະກອບສ່ວນອັນມີຄຸນຄ່າໃນການພັດທະນາການຮຽນ-ການສອນ ພາສາລາວໃນ ສ ເກົາຫຼີ.

ການເປີດການຮຽນ-ການສອນພາສາລາວ ຂອງ HUFS ໃນໄລຍະຜ່ານມາ ສະທ້ອນໃຫ້ເຫັນບົດບາດ ສຳຄັນຂອງການສຶກສາພາສາສາດໃນການເຊື່ອມສານຄວາມເຂົ້າໃຈລະຫວ່າງປະຊາຊົນດ້ວຍກັນ, ທັງສ້າງໂອກາດໃນການແລກປ່ຽນຄວາມຮູ້, ສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ. (ຂ່າວ: ກຕທ)

ແບ່ງປັນ:
ມື້ນີ້ · ຂໍ້ມູນສົດ ວັນຈັນ 19 ຕຸລາ 2026 · ຂຶ້ນ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ