ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 08:17ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະເທດ ລາຊະອານາຈັກໄທ

ໂດຍ Mahaxan
· 48 ນາທີ ກ່ອນອ່ານ 2 ນາທີ0 ຄັ້ງ
untitled-2600
ADadvertisement
ADadvertisement
ADadvertisement

ປະ​ເທດ​ລາຊະ​ອານາຈັກ​ໄທ(The Kingdom of Thailand) ມີ​ນະຄອນຫລວງຊື່ວ່າ: ບາງກອກ(Bangkok)​, ຊຶ່ງ​ເປັນ​ປະ​ເທດ​ເພື່ອນ​ບ້ານ ຮັກ​ແພງ​ຊ່ວຍ​ເຫລືອ​​ເຊິ່ງກັນ ​ແລະ ກັນ​ມາ​ໂດຍ​ຕະຫລອດ​ກັບ ປະ​ເທດ​ລາວແລະໄດ້​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດຮ່ວມກັນກັບ ປະ​ເທດ ສປປ ລາວ ເມື່ອ​ວັນ​ທີ 19.12.1950 ເປັນ​ຕົ້ນ​ມາ.ປະເທດໄທ ໂດຍ ຕັ້ງ​ຢູ່​ແຫລມມະຫາ​ສະໝຸດ ອິນ​ດູ​ຈີນແລະ​ມາ​ລາ​ຢູ ​ໃນ​ພາກ​ພື້ນ ​ອາຊີ​ຕາ​ເວັນ​ອອກ ​ສຽງໃຕ້, ມີ​ຊາຍ​ແດນ ​ທິດຕາ​ເວັນ​ອອກ​ ຕິດ​ກັບປະ​ເທດ​ລາວ ​ແລະ ກຳປູ​ເຈຍ, ທິດ​ໃຕ້ ​ຕິດ​ກັບ​ມາ​ເລ​ເຊຍ ​ແລະ ອ່າວ​ໄທ, ທິດຕາ​ເວັນ​ຕົກ​ ຕິດ​ກັບທະ​ເລອັນ​ດາ​ມັນແລະມຽນມາ, ທິດ​ເໜືອ​ຕິດ​ກັບມຽນມາ ​ແລະ ລາວ. ມີ​​ເນື້ອ​ທີ່​ທັງ​ໝົດ 513.120 ກິ​ໂລ​ຕາ​ແມັດ, ກວມ​ເອົາ​ປະຊາກອນປະມານ 64,86 ລ້ານ​ຄົນ(​ໃນ​ປີ 2025), ​ໃຊ້​ພາສາ​ທາງ​ການ​ຄື ພາສາ​ໄທ, ປະຊາຊົນ​ສ່ວນ​ໃຫຍ່​ 90% ຖື​ສາສະໜາພຸດ; ​ໃຊ້ສະ​ກຸນ​ເງິນ​​ບາດ (THB). ​ສ່ວນວັນຊາດ​ແມ່ນ ວັນທີ 5 ​ເດືອນ​ທັນວາ.

ໄທ ມີເສດຖະກິດແບບປະສົມ, ​ເປັນ​ປະ​ເທດ​ອຸດສາຫະກຳ​ໃໝ່ ​ໂດຍມີລາຍໄດ້ຫລັກຈາກອຸດສາຫະກຳການສົ່ງອອກສິນຄ້າ, ການທ່ອງທ່ຽວ, ການບໍລິການແລະອື່ນໆ; ໂດຍມີອັດຕາການຂະຫຍາຍຕົວດ້ານເສດຖະກິດ 2,5% ຕໍ່​ປີ(2024). ລາຍໄດ້ສະເລ່ຍຕໍ່ຫົວຄົນ 7.345ກວ່າໂດລາສະຫະລັດຕໍ່​ປີ; ສິນ ຄ້າທີ່ສົ່ງອອກສຳຄັນ​ເຊັ່ນ: ​ເຄື່ອງ​ຄອມ​ພີ​ວ​ເຕີ, ອຸປະກອນ, ປະເພດອາຫານ,​ສິນຄ້າອຸດສາຫະກຳ ​ແລະ ອື່ນໆ; ສິນຄ້າ​ທີ່​ນຳ​ເຂົ້າ ຄື: ນ້ຳມັນ​ ແລະ ເຊື້ອໄຟ, ​ເຄື່ອງກົນ​ຈັກ, ຜະລິດຕະພັນເຄມີ. ສ່ວນປະເທດຄູ່ຮ່ວມ​ມື ການຄ້າທີ່​ສຳຄັນ​ເປັນ​ຕົ້ນ: ສ.ອາ​ເມ​ລິ​ກາ, ຍີ່ປຸ່ນ, ​ເອີຣົບ, ຈີນ, ສິງກະ​ໂປ ຕາມ​ລຳດັບ.

ນອກນີ້ ຍັງມີສະຖານທີ່​ສວຍ​ງາມດ້ານ​ທຳ​ມະ​ຊາດ ແລະ ​ແຫລ່ງທ່ອງທ່ຽວຕ່າງໆເຊັ່ນ: ​ພັດທະຍາ, ພູ​ເກັດ, ກຸງ​ເທບ​ມະ​ຫາ​ນະຄອນ (ບາງກອກ), ຊຽງ​ໃໝ່, ​ເພັດ​ສະບູ​ນ ແລະ ແຫ່ງອື່ນໆ ​ສາມາດ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ຈຳນວນ​ຫລວງຫລາຍ​ ໃນ​ແຕ່ລະ​ປີ.

ຄວາມ​ສຳພັນ​ລະຫວ່າງ​ລາວ ​ແລະ ​ໄທ ​ໃນ​ປັດຈຸບັນ ຍັງ​ດຳ​ເນີນ​ຢ່າງ​ໃກ້​ສິດ​​ ບົນ​ພື້ນຖານ ​ຂອງ​ການ​ເຄົາລົບເຊິ່ງກັນ ​ແລະກັນ ​ແລະ ມີຜົນ​ປະ​ໂຫຍ​ດຮ່ວມ​ກັນ, ພັດທະນາ​ເຊິ່ງທາງ​ບວກຢ່າງ​ຕໍ່​ເນື່ອງ ໂດຍມີ​ປັດ​ໄຈເອື້ອ​ເຟື້ອ​ເພື່ອ​ແຜ່ ຄວາມ​ໃກ້​ຊິດທາ​ງ​ເຊື້ອ​ຊາດ ແລະ ສາສະໜາ, ພາສາແລະ ວັດທະນາ​ທຳ, ປະຊາຊົນທັງ​ສອງ​ປະ​ເທດ ​ໄປມາຫາສູ່ກັນໃນ​ການ​ດຳລົງ​ຊີວິດ​ປະຈຳ​ວັນ. ​ທັງສອງຝ່າຍ ຍັງສະແດງຄວາມມຸ້ງໝັ້ນ ທີ່ຈະສົ່ງເສີມຄວາມຮ່ວມມື ທີ່ຄວບຄຸມ ຮອບດ້ານທັງໃນ ລະດັບທະວີພາຄີ ແລະ ພະຫຸພາຄີ ເພື່ອກ້າວໄປສູ່ ຄວາມເປັນຫຸ້ນສ່ວນ ທາງຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາ ແບບຍືນຍົງ ​ອີກ​ດ້ວຍ./.

ໂດຍ: ດາວັນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່