
4 ປະເທດເຫັນດີ ສືບຕໍ່ເຈລະຈາ ເພື່ອເພີ່ມທະວີ ການຮ່ວມມື ດ້ານສັນຕິພາບ-ຄວາມໝັ້ນຄົງໃນພາກພື້ນອາຊີຕາເວັນຕົກ

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 26 ຕຸລານີ້, ອີຣານ, ອາຣັບບີຊາອຸດິດ, ຕຸຣາເຄຍ ແລະປາກິດສະຖານໄດ້ຈັດກອງປະຊຸມຄວາມໝັ້ນຄົງຢູ່ນະຄອນຫຼວງເຕເຮຣານຂອງອີຣານພ້ອມທັງບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນວ່າ:ຈະສືບຕໍ່ດຳເນີນການເຈລະຈາເພື່ອເພີ່ມທະວີ ການຮ່ວມມື ດ້ານສັນຕິພາບ ແລະຄວາມໝັ້ນຄົງໃນພາກພື້ນ ອາຊີ ຕາເວັນຕົກ.ຫລັງຈາກ ສິ້ນສຸດກອງປະຊຸມ 4 ປະເທດດັ່ງກ່າວແລ້ວ, ທ່ານໂມເຊນເຣຊາອີເລຂາຄະນະກຳມະການຄວາມໝັ້ນຄົງແຫ່ງຊາດສູງສຸດອີຣານກ່າວວ່າ:ແຕ່ລະຝ່າຍມີຄວາມເຫັນເປັນເອກະພາບກັນວ່າ:ຄວາມໝັ້ນຄົງຢູ່ອາຊີຕາເວັນຕົກຕ້ອງອາໄສກຳລັງຂອງຕົນ ແລະຫຼີກລ່ຽງບໍ່ໃຫ້ປະເທດອື່ນເຂົ້າມາແຊກແຊງ.ອີງຕາມຖະແຫລງ ການທີ່ເປີດເຜີຍໂດຍເວັບໄຊຫ້ອງການປະທານາທິບໍດີອີຣານ ແຈ້ງໃຫ້ຮູ້ວ່າ:ໃນເວລາພົບປະກັບຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານ ມາຊຸດ ເປເຊສກຽນ ປະທານາທິບໍດີອີຣານ ກ່າວວ່າ:ອີຣານສະໜັບສະໜູນຄວາມຮັບຮູ້ທີ່ເປັນເອກະພາບກັນໃນທຸກບັນຫາທີ່ມີຜົນດີຕໍ່ການຊຸກຍູ້ຄວາມສາມັກຄີ, ການປະສານງານ, ຄວາມໝັ້ນຄົງ ແລະການພັດທະນາຂອງພາກພື້ນອາຊີຕາເວັນຕົກພ້ອມທັງ ກ່າວເນັ້ນໜັກຄວາມຈຳເປັນ ໃນການເພີ່ມທະວີຄວາມສາມັກຄີແລະ ການປະສານງານລະຫວ່າງປະເທດອິດສະລາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ຣັດເຊຍ-ຈີນ ເລັ່ງເຈລະຈາ ໂຄງການທໍ່ສົ່ງ ແກັສສາຍໃໝ່
2 ຊົ່ວໂມງກ່ອນ


