ວັນອັງຄານ ທີ 27 ຕຸລາ 2026ອັບເດດລ່າສຸດ 20:00ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສສຊ ເຂດ 1 ນະຄອນຫຼວງວຽງຈັນສະເໜີບາງບັນຫາຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
ADadvertisement
ADadvertisement
ADadvertisement

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ແຕ່ລະເຂດເລືອກຕັ້ງ ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນຮ່າງກົດໝາຍສະບັບດັ່ງກ່າວ. ໃນນັ້ນ, ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ກໍໄດ້ປະກອບຄຳຄິດຄຳເຫັນ ແລະ ສະເໜີຫຼາຍບັນຫາສຳຄັນ ເປັນຕົ້ນ ຕໍ່ກັບບັນຫາການສ້າງຕັ້ງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະນັ້ນ, ຕ້ອງໄດ້ຮັບການຕົກລົງເຫັນດີຈາກຄະນະປະຈຳສະພາແຫ່ງຊາດ ຫຼື ກອງປະຊຸມສະພາແຫ່ງຊາດ ກ່ອນທີ່ລັດຖະບານຈະອະນຸມັດສ້າງຕັ້ງ; ສະເໜີໃຫ້ກຳນົດລະບົບການປະສານສົມທົບ ແລະ ປະສານງານລະຫວ່າງລັດຖະບານ ກັບ ສະພາແຫ່ງຊາດ ໃຫ້ຊັດເຈນ ໂດຍສະເພາະແມ່ນການປະສານສົມທົບໃນການຄົ້ນຄວ້າພິຈາລະນາຕົກລົງບັນຫາສຳຄັນ ຫຼື ບັນດາແຜນງານ, ແຜນການ, ບັນດາໂຄງການໃຫຍ່ລະດັບຊາດ ຕ້ອງໄດ້ຜ່ານການຮັບຮອງ ແລະ ເຫັນດີຈາກສະພາແຫ່ງຊາດ.

ພ້ອມນີ້, ຄວນເພີ່ມຂໍ້ກຳນົດກ່ຽວກັບກົນໄກ ແລະ ມາດຕະການໃນການຕິດຕາມກວດກາການລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດ ຫຼື ການແກ້ໄຂຄຳສະເໜີ, ຄຳຊັກຖາມ ແລະ ຄຳແນະນຳຂອງກອງປະຊຸມສະພາແຫ່ງຊາດແຕ່ລະຄັ້ງໃຫ້ລະອຽດຊັດເຈນຕື່ມ; ສະເໜີໃຫ້ກຳນົດພັນທະ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງລັດຖະບານໃນການເປັນເຈົ້າການແກ້ໄຂຜົນຂອງການກວດສອບ ແລະ ຜົນຂອງການກວດກາ ເຂົ້າໃນກົດໝາຍວ່າດ້ວຍລັດຖະບານຕື່ມ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 27 ຕຸລາ 2026 · ແຮມ 1 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່