ວັນອັງຄານ ທີ 27 ຕຸລາ 2026ອັບເດດລ່າສຸດ 20:00ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ

ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 2 ນາທີ0 ຄັ້ງ
1
ADadvertisement
ADadvertisement
ADadvertisement

ກອງປະຊຸມ COSTI-90 ຈັດຂຶ້ນຕາມກົນໄກພັນທະຂອງອາຊຽນ (ປີລະ 2 ຄັ້ງ) ເພື່ອໃຫ້ບັນດາເຈົ້າໜ້າທີ່ອາວຸໂສ (COSTI Chairs), ຄະນະທີ່ປຶກສາ (BACs), ອະນຸກຳມະການ ແລະ ຄູ່ຮ່ວມພັດທະນາໄດ້ລາຍງານຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ, ທົບທວນກິດຈະກຳບຸລິມະສິດ ແລະ ປຶກສາຫາລືແຜນງານໃນຕໍ່ໜ້າ. ວາລະສຳຄັນໃນກອງປະຊຸມຄັ້ງນີ້ ໄດ້ຮ່ວມກັນຫາລືໃນຫຼາຍບັນຫາສຳຄັນ ຄື: ກອງທຶນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ (ASTIF): ຕິດຕາມສະຖານະ ແລະ ຄວາມຄືບໜ້າການເປີດຮັບສະໝັກໂຄງການພາຍໃຕ້ກອງທຶນ ASTIF ປີ 2026. ຜົນງານບຸລິມະສິດດ້ານເສດຖະກິດ (PED) ປີ 2026: ຖະແຫຼງການອາຊຽນວ່າດ້ວຍການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາວະກາດ, ລວມທັງແຜນງານພາກພື້ນກ່ຽວກັບປັນຍາປະດິດ (AI) ໃນຂະແໜງສຸຂະພາບ. ສຳລັບທິດທາງໃນອະນາຄົດເປັນຕົ້ນການກຳນົດຜົນງານຫຼັກ (AMD) ປີ 2027, ການປັບປຸງໂຄງປະກອບອົງການຍ່ອຍຂອງ COSTI, ການລາຍງານຂອງອະນຸກຳມະການ ແລະ ພິທີມອບລາງວັນວິທະຍາສາດສຳລັບແມ່ຍິງ ປີ 2026 (Science Prize for Women 2026).

ຜົນກອງປະຊຸມຄັ້ງນີ້ ຈະຊ່ວຍເພີ່ມພູນຄວາມຮ່ວມມືລະຫວ່າງປະເທດສະມາຊິກອາຊຽນໃຫ້ແໜ້ນແຟ້ນຍິ່ງຂຶ້ນໃນຂົງເຂດບຸລິມະສິດ ເຊັ່ນ: ອາວະກາດ, ປັນຍາປະດິດ (AI), ຄອມພິວເຕີສະມັດຕະພາບສູງ ແລະ ເຕັກໂນໂລຊີຄວັນຕຳ (Quantum Technology). ສຳລັບ ສປປ ລາວ, ນອກຈາກຈະເປັນການສະແດງບົດບາດຢ່າງຕັ້ງໜ້າໃນການເປັນປະທານ COSTI, ປະກອບສ່ວນເຂົ້າໃນແຜນປະຕິບັດງານ APASTI (2026-2035) ແລະ ນຳສະເໜີຄວາມຄືບໜ້າຂອງລະບົບຕິດຕາມ-ປະເມີນຜົນ (M&E Dashboard) ແລ້ວ ຍັງເປັນໂອກາດສຳຄັນໃນການເຂົ້າເຖິງແຫຼ່ງທຶນ ASTIF, ການຍົກລະດັບຄວາມຮູ້-ຄວາມສາມາດຂອງບຸກຄະລາກອນ ແລະ ການຖ່າຍທອດເຕັກໂນໂລຊີໃໝ່ໆ ເພື່ອນຳມາພັດທະນາປະເທດຊາດ.

ນອກຈາກນີ້, ກອງປະຊຸມຍັງໄດ້ຍົກໃຫ້ເຫັນເຖິງການກະກຽມຄວາມພ້ອມທີ່ປະເທດມາເລເຊຍຈະຮັບຮອງເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 23 (AMMSTI-23) ແລະ ກອງປະຊຸມ COSTI-91 ແລະ ກອງປະຊຸມປິ່ນອ້ອມ, ຄາດວ່າຈະຈັດຂຶ້ນໃນລະຫວ່າງວັນທີ 21-25 ມິຖຸນາ 2027 ທີ່ຈະມາເຖິງນີ້.

ຂໍ້ມູນ-ພາບ: ກົມຮ່ວມມືກັບຕ່າງປະເທດ ສສກ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 27 ຕຸລາ 2026 · ແຮມ 1 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່