ວັນອັງຄານ ທີ 27 ຕຸລາ 2026ອັບເດດລ່າສຸດ 06:42ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອັດຕະປື ຈູດທຳລາຍຊີ້ນສ່ວນສັດປ່າ ພ້ອມປ່ອຍສັດປ່າ ທີ່ຍັງມີຊີວິດຄືນສູ່ທຳມະຊາດ

ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 2 ນາທີ0 ຄັ້ງ
FB_IMG_1793058051536
ADadvertisement
ADadvertisement
ADadvertisement

ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຈັດພິທີຈູດທຳລາຍຊີ້ນສ່ວນສັດປ່າ ພ້ອມທັງໄດ້ປ່ອຍສັດປ່າ ທີ່ຍັງມີຊີວິດຈໍານວນໜຶ່ງກັບຄືນສູ່ທຳມະຊາດ, ສັດປ່າດັ່ງກ່າວແມ່ນຂອງກາງທີ່ເຈົ້າໜ້າທີ່ຢຶດໄດ້ຈາກປະຊາຊົນ ທີ່ໂຄສະນາຂາຍຜ່ານເຟສບຸກ ແລະ ນຳມາວາງຂາຍຕາມຕະຫຼາດ ຫຼັກ 3 ເມືອງສາມັກຄີໄຊ, ຕະຫຼາດຊາວບ້ານຫາດຊາຍຂາວ ເມືອງໄຊເສດຖາ, ບ້ານສະໝອງໃໝ່ ແລະ ບ້ານມິດສຳພັນ ເມືອງສະໜາມໄຊ.

ສຳລັບສັດປ່າທີ່ຢຶດໄດ້ ມີທັງໝົດ 6 ຊະນິດ ຈໍານວນ 8 ໂຕ, ນ້ຳໜັກລວມ 27 ກິໂລກຣາມ. ໃນນັ້ນ, ສັດທີ່ຍັງມີຊີວິດມີ 3 ໂຕ, ນ້ຳໜັກລວມ 6.1 ກິໂລກຣາມ ປະກອບມີ: ແລນ 2 ໂຕ ນ້ຳໜັກ 2.6 ກິ ໂລກຣາມ ແລະ ຫຼີ່ນ 1 ໂຕ ນ້ຳໜັກ 3.5 ກິໂລກຣາມ, ເຊິ່ງໄດ້ນຳປ່ອຍກັບຄືນສູ່ທຳມະຊາດ. ສໍາລັບຊີ້ນສ່ວນສັດປ່າທີ່ຕາຍແລ້ວມີ 5 ໂຕ, ນ້ຳໜັກລວມ 20.9 ກິໂລກຣາມ, ປະກອບມີ: ເຫງັນ 3 ໂຕ ນ້ຳໜັກ 4.5 ກິໂລກ ຣາມ, ໝູປ່າ ນ້ຳໜັກ 2.4 ກິໂລກຣາມ, ໄກ້ 1 ໂຕ ນ້ຳໜັກ 1 ກິໂລກຣາມ ແລະ ເໝັ້ນ 1 ໂຕ ນ້ຳໜັກ 13 ກິໂລກຣາມ, ໂດຍໄດ້ນຳໄປຈູດທຳລາຍຖິ້ມຕາມລະບຽບການ. ພ້ອມນີ້, ເຈົ້າໜ້າທີ່ຍັງໄດ້ມີການເຮັດບົດບັນທຶກສຶກສາອົບຮົມປະຊາຊົນ ຜູ້ກະທຳຜິດຈຳ ນວນ 7 ຄົນ ເພື່ອສ້າງຄວາມຮັບຮູ້ກ່ຽວກັບການອະນຸລັກສັດປ່າ ແລະ ຊັບພະຍາກອນທຳມະ ຊາດ.

ພິທີຈູດທໍາລາຍ ຊີ້ນສ່ວນສັດປ່າ ແລະ ປ່ອຍສັດປ່າ ທີ່ຍັງມີຊີວິດກັບຄືນສູ່ທໍາມະຊາດ ໄດ້ຈັດຂື້ນໃນວັນທີ 26 ຕຸລາ 2026 ທີ່ວັດກຳມະຖານ, ບ້ານລະຍາວ, ເມືອງສາມັກຄີໄຊ, ໂດຍມີທ່ານ ບຸນລົບ ສີດາວົງ ຫົວ ໜ້າກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍພະ ນັກງານ, ເຈົ້າໜ້າທີ່, ຄະນະປົກຄອງບ້ານລະຍາວ ແລະ ພະສົງວັດກຳມະຖານເຂົ້າຮ່ວມເປັນສັກຂີພິຍານ.

ທັງນີ້ ກໍ່ເພື່ອເປັນການສະແດງເຖິງຄວາມເຂັ້ມງວດໃນການກວດກາ ແລະ ຄວບ ຄຸມການຄ້າສັດປ່າ, ພ້ອມທັງສົ່ງເສີມການອະນຸລັກສັດປ່າ ແລະ ຮັກສາຄວາມສົມດຸນຂອງລະບົບນິເວດ.

ຂ່າວ: ວັດທະນາ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອັງຄານ 27 ຕຸລາ 2026 · ແຮມ 1 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່