
ປກສ ເມືອງແອດ ແຂວງຫົວພັນ ສຶກສາອົບຮົມໄວໜຸ່ມຂີ່ລົດກວນເມືອງ

ໃນວັນທີ 20 ຕຸລາ 2026 ຜ່ານມານີ້, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງແອດ ແຂວງຫົວພັນ ໄດ້ກັກລົດຈັກທີ່ກຸ່ມໄວລຸ້ນ, ເຍົາວະຊົນ ທີ່ມີພຶດຕິກຳຂັບຂີ່ລົດດັດແປງສະພາບເຕັກນິກ (ລົດແຕ່ງ) ແລະ ສ້າງສຽງດັງກວນເມືອງເຮັດສັງຄົມບໍ່ມີຄວາມສະຫງົບ ຈຳນວນ 04 ຄົນ ເຂົ້າມາສຶກສາອົບຮົມ ແລະ ກ່າວເຕືອນ ຢູ່ທີ່ກອງບັນຊາການ ປກສ ເມືອງ,ຜ່ານການລົງເຄື່ອນໄຫວຕິດຕາມ ແລະ ກວດກາ ຂອງເຈົ້າໜ້າທີ່ ພົບວ່າມີກຸ່ມໄວລຸ້ນຈຳນວນໜຶ່ງ ໄດ້ນຳເອົາພາຫະນະ (ລົດຈັກ) ໄປດັດແປງສະພາບເຕັກນິກ ເປັນຕົ້ນແມ່ນ: ແຕ່ງທໍ່ຄວັນໃຫ້ມີສຽງດັງ, ດັດແປງລໍ້ລົດ ແລະ ອື່ນໆ ພ້ອມທັງຂັບຂີ່ດ້ວຍຄວາມໄວ ສ້າງຄວາມເດືອດຮ້ອນ ແລະ ສ່ຽງຕໍ່ການເກີດອຸປະຕິເຫດຕາມທ້ອງຖະໜົນ; ໃນພິທີສຶກສາອົບຮົມ,

ເຈົ້າໜ້າທີ່ ປກສ ເມືອງແອດ ໄດ້ຊີ້ແຈງໃຫ້ກຸ່ມໄວລຸ້ນດັ່ງກ່າວ ເຫັນໄດ້ເຖິງຜົນເສຍ ແລະ ໄພອັນຕະລາຍ ຂອງການຂັບຂີ່ລົດດັດແປງສະພາບເຕັກນິກ, ພ້ອມທັງອະທິບາຍຂໍ້ກຳນົດກົດໝາຍ ແລະ ລະບຽບການຈະລາຈອນທາງບົກ ໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ; ໂອກາດນີ້, ເຈົ້າໜ້າທີ່ ໄດ້ເຮັດບົດບັນທຶກຮ່ວມກັບໄວລຸ້ນ ແລະ ເຊີນຜູ້ປົກຄອງ (ພໍ່ແມ່) ເຂົ້າມາຮັບຊາບ ເພື່ອຮ່ວມກັນຕິດຕາມ, ສຶກສາອົບຮົມ ແລະ

ຕັກເຕືອນລູກຫຼານບໍ່ໃຫ້ປະພຶດຕົນຄືແນວນັ້ນອີກ ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ກໍ່ໄດ້ໃຫ້ປ່ຽນຖ່າຍອຸປະກອນທີ່ດັດແປງ (ໂດຍສະເພາະທໍ່ຄວັນສຽງດັງ) ອອກ ແລະ ປ່ຽນໃສ່ອຸປະກອນເດີມທີ່ຖືກຕ້ອງຕາມມາດຕະຖານເຕັກນິກຂອງໂຮງງານ.

ພາບ-ຂ່າວ ປກສ ເມືອງແອດ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







