ວັນອັງຄານ ທີ 27 ຕຸລາ 2026ອັບເດດລ່າສຸດ 20:00ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຊຸກຍູ້ການຜະລິດພືດຜັກ ເພື່ອສະໜອງການບໍລິໂພກພາຍໃນ ຫຼຸດຜ່ອນການນຳເຂົ້າ

ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
ADadvertisement
ADadvertisement
ADadvertisement

ໃນໂອກາດນີ້, ໄດ້ຮັບຟັງການລາຍງານສະພາບການຜະລິດ ເປັນຕົ້ນ ແນວພັນຊະນິດພືດທີ່ປູກ, ເນື້ອທີ່ຜະລິດ, ປະລິມານຜົນຜະລິດ, ຕົ້ນທຶນ, ການສະໜອງປະເພດພືດຜັກ, ຕະຫຼາດ, ລາຄາຈຳໜ່າຍ ແລະ ລາຍຮັບຂອງຄອບຄົວ. ພ້ອມກັນນັ້ນ, ກໍໄດ້ຮັບຮູ້ບັນຫາຄວາມຫຍຸ້ງຍາກທີ່ພົບພໍ້ຂອງກະສິກອນ ເຊັ່ນ: ບັນຫາໄຟຟ້າເຂົ້າໃນການຜະລິດທີ່ຍັງບໍ່ທັນສະດວກ, ຕົ້ນທຶນປັດໄຈການຜະລິດສູງ ແລະ ການເຂົ້າເຖິງແຫຼ່ງທຶນ, ຄວາມຮູ້ດ້ານວິຊາການກ່ຽວກັບການປູກ ແລະ ຕະຫຼາດຮອງຮັບຜົນຜະລິດ, ການນຳເອົາພືດຜັກເຂົ້າມາຈາກຕ່າງແຂວງຕ່າງປະເທດ ໄດ້ສົ່ງຜົນກະທົບຕໍ່ລາຄາ ແລະ ການຈຳໜ່າຍຜົນຜະລິດຂອງປະຊາຊົນພາຍໃນແຂວງ.

ເພື່ອແກ້ໄຂບັນຫາດັ່ງກ່າວ, ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ໄດ້ແນະນຳໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ຊຸກຍູ້ປະຊາຊົນ ນຳໃຊ້ເຕັກນິກການຜະລິດທີ່ເໝາະສົມ, ເລືອກພັນພືດທີ່ດີ, ວາງແຜນການຜະລິດໃຫ້ສອດຄ່ອງກັບລະດູການ ແລະ ຄວາມຕ້ອງການຂອງຕະຫຼາດ ພ້ອມທັງໃຫ້ເອົາໃຈໃສ່ສ້າງກຸ່ມຜະລິດພືດຜັກ ເພື່ອໃຫ້ສາມາດຮ່ວມກັນວາງແຜນການຜະລິດ, ຈັດຫາແນວພັນ, ກຳນົດປະລິມານຜະລິດ ແລະ ເຂັ້ມແຂງໃນການຫາຕະຫຼາດຮອງຮັບ ທັງນີ້ກໍເພື່ອແນໃສ່ຫຼຸດຜ່ອນການນຳເຂົ້າພືດຜັກຈາກຕ່າງປະເທດ ທີ່ແຂວງເຮົາສາມາດຜະລິດໄດ້ເອງ, ເປັນການສ້າງຄວາມເຂັ້ມແຂງໃຫ້ການຜະລິດພາຍໃນ, ເພີ່ມລາຍຮັບໃຫ້ແກ່ຄອບຄົວປະຊາຊົນ, ໃນການຜະລິດພືດຜັກໃຫ້ມີຄຸນນະພາບ, ມີປະລິມານພຽງພໍ ແລະ ສາມາດສະໜອງໃຫ້ຕະຫຼາດ ແລະ ການບໍລິໂພກພາຍໃນແຂວງບໍ່ແກ້ວ.

ຂ່າວ: ສາຍສະໝອນ ແກ້ວວິສິດ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອັງຄານ 27 ຕຸລາ 2026 · ແຮມ 1 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່