ວັນອັງຄານ ທີ 27 ຕຸລາ 2026ອັບເດດລ່າສຸດ 20:00ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກຸ່ມບໍລິສັດລາວໂທລະຄົມ ຮ່ວມຂັບເຄື່ອນການຫັນປ່ຽນດີຈິຕອນຜ່ານງານສັບປະດາດີຈິຕອນ ປະຈຳປີ 2026

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 2 ນາທີ0 ຄັ້ງ
ADadvertisement
ADadvertisement
ADadvertisement

 ຢູ່ສູນວາງສະແດງສິນຄ້າລາວ-ໄອເຕັກ ພາຍໃຕ້ຄຳຂວັນ: “ຍູ້ແຮງການຫັນເປັນລັດຖະບານດີຈິຕອນ, ສ້າງແຮງງານດີຈິຕອນ, ຂັບເຄື່ອນນະວັດຕະກຳກ້າວສູ່ຍຸກປັນຍາປະດິດ” ໂດຍການເປັນປະທານຂອງ ທ່ານ ພົ.ອ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານຜູ້ປະຈຳການຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈິຕອນຂອງ ສປປ ລາວ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ພ້ອມດ້ວຍຄະນະອຳນວຍການ, ຜູ້ບໍລິຫານ, ບໍລິສັດພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ງານສັບປະດາດີຈິຕອນລາວ ປະຈຳປີ 2026 ເປັນເວທີສຳຄັນໃນການສະແດງຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງເປີດໂອກາດໃຫ້ພາກສ່ວນຕ່າງໆໄດ້ສຶກສາ ແລະ ສຳຜັດກັບການນຳໃຊ້ເຕັກໂນໂລຊີດີຈິຕອນ ຊຶ່ງເນື້ອໃນຂອງງານສະທ້ອນເຖິງຄວາມສຳຄັນຂອງການພັດທະນາລັດຖະບານດີຈິຕອນ, ການສ້າງບຸກຄະລາກອນທີ່ມີທັກສະດີຈິຕອນ ແລະ ການສົ່ງເສີມນະວັດຕະກຳ ເພື່ອຮອງຮັບການກ້າວເຂົ້າສູ່ຍຸກປັນຍາປະດິດ.

ພື້ນທີ່ວາງສະແດງຂອງກຸ່ມບໍລິສັດລາວໂທລະຄົມ ໄດ້ຮັບຄວາມສົນໃຈຈາກບັນດາທ່ານຜູ້ນຳພັກ-ລັດ, ແຂກຜູ້ມີກຽດ, ຜູ້ປະກອບການ, ນັກຮຽນ, ນັກສຶກສາ ແລະ ຜູ້ເຂົ້າຊົມງານ. ການຈັດສະແດງໄດ້ເນັ້ນໃສ່ການແນະນຳຜະລິດຕະພັນ ແລະ ການບໍລິການ, ຄວບຄູ່ກັບການເປີດໂອກາດໃຫ້ຜູ້ເຂົ້າຊົມໄດ້ທົດລອງນຳໃຊ້ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບບົດບາດຂອງເຕັກໂນໂລຊີໃນການດຳເນີນຊີວິດ ແລະ ການດຳເນີນທຸລະກິດ.

ການເຂົ້າຮ່ວມງານຄັ້ງນີ້, ສະແດງເຖິງບົດບາດ ແລະ ຄວາມພ້ອມຂອງກຸ່ມບໍລິສັດລາວໂທລະຄົມ ໃນການເປັນສ່ວນໜຶ່ງຂອງການຂັບເຄື່ອນການຫັນປ່ຽນດີຈິຕອນຂອງປະເທດ, ຜ່ານການນຳສະເໜີເຕັກໂນໂລຊີ ແລະ ການບໍລິການທີ່ຮອງຮັບຄວາມຕ້ອງການຂອງພາກລັດ ແລະ ເອກະຊົນ ພ້ອມທັງປະກອບສ່ວນສ້າງພື້ນຖານໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມດີຈິຕອນຂອງ ສປປ ລາວ ຢ່າງໝັ້ນຄົງ ແລະ ຍືນຍົງ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອັງຄານ 27 ຕຸລາ 2026 · ແຮມ 1 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່