ສປປ ລາວ ກຽມຄວາມພ້ອມເຂົ້າຮ່ວມງານພືດສວນໂລກອຸດອນທານີ ລາຊະອານາຈັກໄທ


ຄະນະຕິດຕາມປະກອບມີ: ຫົວໜ້າຫ້ອງການກະຊວງ, ຫົວໜ້າກົມແຜນການ ແລະ ການຮ່ວມມື ພ້ອມຄະນະ, ມີຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຊຶ່ງໃນງານດັ່ງກ່າວ ຈະຈັດຂຶ້ນໃນຕົ້ນເດືອນພະຈິກ 2026 ທີ່ແຂວງອຸດອນທານີ ລາຊະອານາຈັກໄທ. ສໍາລັບຮູບແບບການຈັດງານ (Theme Concept) ທີ່ປະເທດເຈົ້າພາບກໍານົດໃຫ້ບັນດາປະເທດ ແມ່ນ “ຄວາມຫລາກຫລາຍຂອງຊີວິດ: ການເຊື່ອມຕໍ່ຜູ້ຄົນ, ສາຍນໍ້າ ແລະ ພືດ ເພື່ອການດໍາລົງຊີວິດແບບຍືນຍົງ”. ສປປ ລາວ ແມ່ນໜຶ່ງໃນປະເທດທີ່ຖືກເຊື້ອເຊີນເຂົ້າຮ່ວມຈັດວາງສະແດງໃນສ່ວນສວນນານາຊາດກາງແຈ້ງໃນເນື້ອທີ່ 743 ຕາແມັດ ແລະ ສວນໃນຮົ່ມ ເນື້ອທີ່ 48 ຕາແມັດ ໂດຍຄະນະຮັບຜິດຊອບຊີ້ນໍາລະດັບຊາດ ໄດ້ເປັນເອກະພາບນໍາສະເໜີຮູບແບບການຈັດສວນພຶກສາສາດປະສົມປະສານກັບການຈໍາລອງທໍາມະຊາດ, ເອກະລັກທາງວັດທະນະທໍາ, ຮີດຄອງປະເພນີຂອງລາວ ແລະ ສັນຍະລັກມິງເມືອງຂອງລາວ ໄດ້ແກ່: ຈໍາລອງແບບພະທາດຫລວງ ທີ່ເປັນທີ່ເອກອ້າງເຖິງສາສະໜາຕິດພັນກັບຄວາມເຊື່ອຖືຂອງຄົນລາວ ທີ່ນັບຖືສາສະໜາພຸດ ແລະ ທັງເປັນສັນຍະລັກຂອງປະເທດລາວ; ມີການຈໍາລອງແບບຂອງມໍລະດົກໂລກທົ່ງໄຫຫີນ ຊຽງຂວາງ, ມໍລະດົກໂລກຮ່ວມຊາຍແດນອຸທິຍານແຫ່ງຊາດຟອງຍາ- ແກບາງ ແລະ ອຸທິຍານແຫ່ງຊາດຫີນໜາມໜໍ່. ນອກຈາກນັ້ນ, ຍັງສ້າງແບບຈໍາລອງແຄນລາວ; ຫໍກວນຊົນເຜົ່າກະຕູ ບ້ານກັນດອນ ເມືອງທ່າແຕງ ແຂວງເຊກອງ ເພື່ອຈັດວາງສະແດງບັນດາຮູບພາບຕ່າງໆ ເຊັ່ນ: ຮູບພາບມໍລະດົກໂລກ ວັດພູຈໍາປາສັກ, ເມືອງຫລວງພະບາງ ມໍລະດົກໂລກ ແລະ ຮູບພາບເອກະລັກ ແລະ ວິຖີຊີິວິດຂອງບັນດາຊົນເຜົ່າລາວ. ສິ່ງທີ່ໂດດເດັ່ນຂອງສວນ ສປປ ລາວ ແມ່ນຈະມີຄວາມປະສົມປະສານທາງດ້ານຄວາມ ຫລາກຫລາຍຂອງຊີວະນານາພັນ ຕ້ົນຈໍາປາທ່ີເປັນດອກໄມ້ປະຈໍາຊາດ, ຕົ້ນໄມ້ທີ່ເປັນເອກະລັກຂອງລາວ ແລະ ປະດັບປະດາດ້ວຍດອກໄມ້ນານາພັນຢ່າງສວຍງາມສະແດງເຖິງປະເທດລາວມີຄວາມອຸດົມສົມບູນທາງດ້ານທຳມະຊາດ ແລະ ເປັນທີ່ໜ້າມາທ່ຽວຊົມຂອງແຂກຄົນ ແລະ ສາມາດດຶງດູດນັກທ່ອງທ່ຽວໃຫ້ຮູ້ຈັກກັບປະເທດລາວ ຜ່ານເຄືອຂ່າຍຂອງສະມາຄົມພືດສວນໂລກ AIPH ທີ່ທຸກ ຄົນທົ່ວໂລກ 140 ປະເທດໄດ້ຮັບຮູ້ຂໍ້ມູນຂ່າວສານດັ່ງກ່າວ.

ມາຮອດປັດຈຸບັນ, ການກະກຽມຄວາມພ້ອມຂອງຄະນະຮັບຜິດຊອບເຫັນວ່າມີຄວາມຄືບໜ້າເປັນທີ່ໜ້າພໍໃຈຫລາຍ ຈາກການປະເມີນບັນດາໜ້າວຽກທີ່ປະຕິບັດໄດ້ສົມທຽບໃສ່ແຜນຕາມແບບທ່ີໄດ້ເອກະພາບກັນປະເມີນໄດ້ຫລາຍກວ່າ 95% ແລະ ບັນດາໜ້າວຽກທີ່ຍັງເຫລືອແມ່ນວຽກເກັບລາຍລະອຽດ, ຕົບແຕ່ງຮູບພາບຕ່າງໆ ແລະ ນໍາເອົາຜະລິດຕະພັນວາງສະແດງເຂົ້າໃສ່ສະຖານທີ່ຕົວຈິງ . ໂອກາດນີ້, ທ່ານລັດຖະມົນຕີ ຍັງໄດ້ເນັ້ນຕື່ມໃຫ້ຄະນະຮັບຜິດຊອບສືບຕໍ່ປະຕິບັດບັນດາໜ້າວຽກທ່ີ ຍັງບໍ່ທັນສໍາເລັດໃຫ້ສໍາເລັດຕາມແຜນທີ່ໄດ້ເອກະພາບກັນ ແລະ ເພີ່ມແບບຈໍາລອງປະຕູໄຊ ເຂົ້າຕື່ມ ເພື່ອໃຫ້ຄົບຖ້ວມລວມທັງໃຫ້ນໍາເອົາຂໍ້ມູນຄວາມອຸດົມສົມບູນທາງດ້ານຊີວະນາໆພັນຂອງ ສປປ ລາວ ມາເຜີຍແຜ່ໃນງານໃຫ້ໄດ້ຫລາຍທີ່ສຸດ ແລະ ໃຫ້ມີຄວາມຫລາກຫລາຍທັງເປັນແບບຮູບພາບ ແລະ ວິດີໂອ ເພື່ອເປັນການໂຄສະນາໃຫ້ຜູ້ມາຮ່ວມງານຮັບຮູ້ກ່ຽວກັບ ສປປ ລາວ ໃຫ້ຫລາຍຂຶ້ນ.
ຂ່າວ-ພາບ: ຂ່າວສານກະສິກໍາ ແລະ ສິ່ງແວດລ້ອມ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່





