ວັນອັງຄານ ທີ 27 ຕຸລາ 2026ອັບເດດລ່າສຸດ 17:32ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທະນາຄານກາງ ຟິລິປິນ ປັບຂຶ້ນດອກເບ້ຍແຮງ 0,5%

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ0 ຄັ້ງ
20260807_iqmy_
ADadvertisement
ADadvertisement
ADadvertisement

ສຳນັກຂ່າວ ອິນໂຟເຄວສ : ເມື່ອບໍ່ດົນມານີ້, ທະນາຄານກາງ ຟິລິປິນ (BSP) ປະກາດ ປັບຂຶ້ນ ອັດຕາດອກເບ້ຍ ຊື້ຄືນ ພັນທະບັດ (Reverse Repurchase Rate) ເຊິ່ງເປັນ ອັດຕາ ດອກເບ້ຍ ນະໂຍບາຍ ອີກ 0,5% ໄປສູ່ ລະດັບ 5,50% ໃນກອງປະຊຸມ ເມື່ອວັນທີ 22 ຕຸລາ, ເຊິ່ງເປັນ ການປັບຂຶ້ນຄັ້ງທີ 4 ຕິດຕໍ່ກັນ ແລະ ຫລາຍກວ່າ ທີ່ ນັກວິເຄາະ ຄາດການໄວ້ວ່າ ຈະປັບຂຶ້ນ ພຽງແຕ່ 0,25% ເພື່ອສະກັດກັ້ນ ບັນຫາ ເງິນເຟີ້ ທີ່ ກັບມາເພີ່ມສູງຂຶ້ນ ພ້ອມທັງ ເປັນການ ຊຸກຍູ້ ສະກຸນເງິນ ເປໂຊ ທີ່ອ່ອນຄ່າລົງ ລະດັບຕ່ຳສຸດ ເປັນປະຫວັດສາດ.

ຖະແຫລງການ ຂອງ BSP ລະບຸວ່າ:ຄະນະ ກຳມາທິການ ນະໂຍບາຍ ການເງິນ ໄດ້ໃຫ້ຄວາມສຳຄັນ ເຖິງຄວາມຈຳເປັນ ໃນການໃຊ້ ນະໂຍບາຍ ການເງິນ ຢ່າງເຂັ້ມງວດ ເພື່ອຕອບສະໜອງ ຕໍ່ແຮງກົດດັນ ດ້ານລາຄາ ທີ່ຂະຫຍາຍ ວົງກວ້າງຂຶ້ນ ລວມເຖິງ ຄວາມສ່ຽງ ອັດຕາເງິນເຟີ້ ທີ່ຍັງສືບຕໍ່ ເພີ່ມຂຶ້ນ.

ນອກຈາກນັ້ນ, ອັດຕາເງິນເຟີ້ ທົ່ວໄປ ອາດຈະເພີ່ມຂຶ້ນອີກ ໃນຊຸມເດືອນຕໍ່ໜ້າ ແລະ ຈະສືບຕໍ່ຢູ່ໃນລະດັບສູງໃນປີ 2027 ກ່ອນທີ່ຈະເລີ່ມເຂົ້າມາ ໃກ້ຄຽງກັບ ເປົ້າໝາຍ ຂອງ BSP  ກຳນົດໄວ້3% ໃນປີ 2028 ໃນຂະນະທີ່ອັດຕາເງິນເຟີ້ ພື້ນຖານ ຄາດວ່າ ຈະຍັງຄົງປັບຕົວສູງຂຶ້ນ ເຊັ່ນດຽວກັນ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 27 ຕຸລາ 2026 · ແຮມ 1 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່