ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 17:25ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສສ ຫວຽດນາມ-ອີຢູ ຊຸກຍູ້ ການຮ່ວມມື ເສດຖະກິດທາງທະເລ

ໂດຍ Mahaxan
· 57 ປີ ກ່ອນອ່ານ 2 ນາທີ0 ຄັ້ງ
23-10-fms-2
ADadvertisement
ADadvertisement
ADadvertisement

ວິທະຍຸກະຈ່າຍສຽງຫວຽດນາມ, ໃນ​ຂອບ​ເຂດ​ ການ​ຢ້ຽມ​ຢາມ ສະ​ຫະ​ພາບ​ ເອີຣົບ (EU) ຢ່າງ​ເປັນ​ທາງ​ການ, ທ່ານ ໂຕ​ເລິມ​ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງາ​ນ ​ສູນ​ກາງ​ພັກ​ ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ ​ປະ​ເທດ ແຫ່ງ ສ​ສ.ຫວຽດ​ນາມ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ ​ທ່ານ ອັນໂຕນີໂອ ໂກສຕາ( António Costa)​ປະ​ທານ​ສະ​ພາ ​ເອີ​ຣົບ. ທ່ານ​ ປະ​ທານ​ສະ​ພາ ​ເອີຣົບ António Costa ຢັ້ງ​ຢືນ​ວ່າ: ສສ ຫວຽດ​ນາ​ມ​ແມ່ນ​ຄູ່​ຮ່ວມ​ມື ​ສຳ​ຄັນ​ຂອງ EU ຢູ່​ພາກ​ພື້ນ ມະ​ຫາ​ສະ​ໝຸ​ດ ​ອິນ​ເດຍ-ປາ​ຊີ​ຟິກ ແລະ ​ເຊື່ອ​ໝັ້ນ​ວ່າສອງ​ຝ່າຍ​ ຈະ​ສືບ​ຕໍ່ ​ເສີມ​ຂະ​ຫຍາຍ​ ພື້ນ​ຖານ​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ດ້ານ​ການ​ເມືອງແລະບັນ​ດາ​ໝາກ​ຜົນ ​ການ​ຮ່ວມ​ມື ​ອັນ​ດີ​ງາມ​ເພື່ອ​ນຳ ​ການ​ພົວ​ພັນ ​ຄູ່​ຮ່ວມ​ມື​ ຍຸດ​ທະ​ສາດ​ ຮອບ​ດ້ານ​ ໃຫ້ນັບມື້ ​ນັບ​ເຂົ້າ​ສູ່​ລວງ​ເລິກ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ ​ຢ່າງ​ແທ້​ຈິງ​ ໃຫ້​ແກ່​ສອງ​ຝ່າຍ. ສ່ວນ ທ່ານ​ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນວ່າ: ສສ ຫວຽດ​ນາມກຳ​ນົດ EU ແມ່ນ​ໜຶ່ງ​ ໃນ​ບັນ​ດາ ​ຄູ່​ຮ່ວ​ມ​ມື ​ບຸ​ລິ​ມະ​ສິດ​ແຖວ​ໜ້າ, ມີ​ຜົນ​ປະ​ໂຫຍດ ແລະມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອມ​ ຫລາຍ​ຢ່າງ ໃນ​ການ​ຮ່ວມ​ມື ​ໄລ​ຍະ​ຍາວ; ປາດ​ຖະ​ໜາ​ຢາກ​ຫັນ​ປ່ຽນ​ ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ໃຫ້​ກາຍ​ເປັນ​ໝາກ​ຜົນ​ລະ​ອຽດ, ເປັນບັນ​ດາ​ໂຄງ​ການ​ຮ່ວມ​ມື ທີ່​ແທ້​ຈິງ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ ແລະຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ໃນ​ຂອບ​ເຂດ ​ການ​ຢ້ຽມ​ຢາມ ສະ​ຫະ​ພາບ ເອີ​ຣົບ ແລະ ລາ​ຊະ​ອາ​ນາ​ຈັກແບນ​ຊິກ​ ຢ່າງ​ເປັນ​ທາງ​ການ ​ວັນ​ທີ 22 ຕຸ​ລາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ ທ່າ​ກຳ​ປັ່ນ Antwerp – Bruges./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່