
ສປ ຈີນ ຄັດຄ້ານທຸກອິດ ທິກຳລັງທີ່ສວຍໂອກາດໃຊ້ອຳນາດ ບໍ່ຖືກຕ້ອງໃນກອງປະຊຸມເປີດກວ້າງ ລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ
ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ0 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:02

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 26 ຕຸລານີ້, ທ່ານ ກົ່ວເຈ່ຍຄຸນໂຄສົກກະຊວງການຕ່າງປະເທດຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ແລະມີນັກຂ່າວຖາມບັນຫາກ່ຽວກັບກອງປະຊຸມເປີດກວ້າງລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ. ຕໍ່ເລື່ອງນີ້, ທ່ານກົ່ວເຈ່ຍຄຸນກ່າວວ່າ:ກອງປະຊຸມເປີດກວ້າງ ລັດຖະມົນຕີ ກະຊວງປ້ອງກັນປະເທດອາຊຽນ ຄວນເສີມຂະຫຍາຍ ບົດບາດອັນຕັ້ງໜ້າເພື່ອໃຫ້ປະເທດ ໃນພາກພື້ນເພີ່ມທະວີ ການສົນທະນາກັນ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນ ແລະ ຊຸກຍູ້ການຮ່ວມມືກັນ.ຈີນຄັດຄ້ານທຸກອິດທິກຳລັງ ຢາກສວຍໃຊ້ໂອກາດນີ້ ເພື່ອສ້າງຄວາມວຸ້ນວາຍແລະ ໃຊ້ອຳນາດໃນທາງທີ່ບໍ່ຖືກຕ້ອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/22762
‹ ກັບໄປໝວດຂ່າວຕ່າງປະເທດ
ອ່ານຕໍ່







