ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 18:03ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເປີດເທດສະການວິຖີຊີວິດສ ເກົາຫຼີ ຢູ່ນະຄອນຫຼວງວຽງຈັນ

ໂດຍ Mahaxan
· 49 ນາທີ ກ່ອນອ່ານ 2 ນາທີ0 ຄັ້ງ
1-1
ADadvertisement
ADadvertisement
ADadvertisement

ການຈັດງານໃນຄັ້ງນີ້, ໄດ້ນຳເອົາສິນຄ້າຈາກປະເທດ ສ ເກົາຫຼີ ຫຼາຍກວ່າ 115 ຜະລິດຕະພັນ ຈາກ 35 ບໍລິສັດເກົາຫຼີ ຊຶ່ງປະກອບມີ: ອາຫານເສີມເພື່ອສຸຂະພາບ, ໝີ່, ຕັອກໂບກີ, ເຂົ້າໜົມ ແລະ ເຄື່ອງດື່ມ. ນອກຈາກນີ້, ຍັງມີສິນຄ້າປະເພດສຳອາງ, ຜະລິດຕະພັນຄວາມງາມ, ເຄື່ອງໃຊ້ປະຈຳວັນ ແລະ ເຄື່ອງຕົກແຕ່ງພາຍໃນ 15 ບໍລິສັດ ຈາກແຂວງອິນຊອນ ໄດ້ນຳເອົາສິນຄ້າຫຼາຍກວ່າ 75 ຜະລິດຕະພັນຮ່ວມວາງສະແດງ. ທັງນີ້, ກໍເພື່ອເປີດໂອກາດໃຫ້ຜູ້ຊົມໃຊ້ຄົນລາວ ໄດ້ເຂົ້າເຖິງສິນຄ້າ ສ ເກົາຫຼີ ຫຼາຍຂຶ້ນ, ມີທັງໃຫ້ທົດລອງໃຊ້ສິນຄ້າ, ຊິມຜະລິດຕະພັນ ແລະ ພົບປະກັບເຈົ້າຂອງສິນຄ້າໂດຍກົງພາຍໃນງານ.

ທ່ານ ມະໂນທອງ ວົງໄຊ ໄດ້ກ່າວວ່າ: ການຈັດງານຄັ້ງນີ້ ເປັນເວທີສຳລັບການແນະນຳສິນຄ້າ, ຜະລິດຕະພັນ ແລະ ວິຖີຊີວິດຂອງ ສ ເກົາຫຼີ ແລະ ເປັນໂອກາດສຳຄັນໃນການເຊື່ອມໂຍງຜູ້ປະກອບການຂອງສອງຝ່າຍ, ສົ່ງເສີມການແລກປ່ຽນທາງການຄ້າ, ຂະຫຍາຍຕະຫຼາດ ແລະ ສ້າງຄວາມເຂົ້າໃຈລະຫວ່າງປະຊາຊົນລາວ ແລະ ປະຊາຊົນ ສ ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ. ສປປ ລາວ ໃຫ້ຄວາມສຳຄັນຕໍ່ການສົ່ງເສີມການຄ້າສາກົນ, ການຂະຫຍາຍຕະຫຼາດສົ່ງອອກ ແລະ ການດຶງດູດການລົງທຶນ ເພື່ອຊຸກຍູ້ການຜະລິດພາຍໃນ, ສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າລາວ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງຜູ້ປະກອບການລາວໃນຕະຫຼາດພາຍໃນ ແລະ ຕະຫຼາດສາກົນ. ໃນດ້ານກະສິກຳ ແລະ ອາຫານ, ສປປ ລາວ ມີທ່າແຮງໃນການຜະລິດສິນຄ້າຫຼາຍປະເພດ ເຊັ່ນ: ເຂົ້າ, ກາເຟ, ມັນຕົ້ນ, ສາລີ, ຜັກ, ໝາກໄມ້ ແລະ ຜະລິດຕະພັນກະສິກຳອື່ນໆ. ພວກເຮົາມຸ່ງໝັ້ນທີ່ຈະຍົກລະດັບການຜະລິດ, ການແປຮູບ, ການບັນຈຸຫີບຫໍ່ ແລະ ການຄວບຄຸມຄຸນນະພາບ ເພື່ອໃຫ້ສິນຄ້າລາວມີມາດຕະຖານ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້ດີຍິ່ງຂຶ້ນ. ພ້ອມກັນນີ້, ສິນຄ້າ ແລະ ຜະລິດຕະພັນຈາກ ສ ເກົາຫຼີ ກໍມີໂອກາດໃນການຂະຫຍາຍຕະຫຼາດໃນ ສປປ ລາວ ເຊັ່ນກັນ. ການພົບປະລະຫວ່າງຜູ້ຜະລິດ, ຜູ້ນຳເຂົ້າ, ຜູ້ສົ່ງອອກ, ຜູ້ຈຳໜ່າຍ ແລະ ຜູ້ບໍລິໂພກ ຈະຊ່ວຍໃຫ້ທັງສອງຝ່າຍສາມາດແລກປ່ຽນຂໍ້ມູນຕະຫຼາດ, ເຂົ້າໃຈຄວາມຕ້ອງການຂອງຜູ້ຊື້ ແລະ ສ້າງໂອກາດໃນການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ.

ທ່ານ ເອກອັກຄະລັດຖະທູດ ສ ເກົາຫຼີ ໄດ້ກ່າວວ່າ: ໄລຍະຫຼາຍປີຜ່ານມາ, ສ ເກົາຫຼີ ແລະ ສປປ ລາວ ໄດ້ສ້າງສາຍພົວພັນການຮ່ວມມືທີ່ໝັ້ນຄົງ ແລະ ຍືນຍາວ ຊຶ່ງຄວາມຮ່ວມມືຂອງສອງປະເທດ ໄດ້ພັດທະນາຢ່າງເລິກເຊິ່ງ ໂດຍສະເພາະໃນຂົງເຂດການພັດທະນາ ແລະ ການລົງທຶນ. ສ ເກົາຫຼີ ເປັນຄູ່ຮ່ວມມືດ້ານການພັດທະນາອັນດັບສອງຂອງລາວ ແລະ ເປັນໜຶ່ງໃນບັນດາປະເທດຜູ້ລົງທຶນຊັ້ນນຳໃນລາວ.

ຂ່າວ-ພາບ: ກິດຕາ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່