ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 17:16ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄູປະຈຳການ 12 ເມືອງເປົ້າໝາຍທົ່ວປະເທດ ຍົກລະດັບວຸດທິການສຶກສາແບບຕໍ່ເນື່ອງໄລຍະພັກຮຽນ

ໂດຍ Mahaxan
· 53 ນາທີ ກ່ອນອ່ານ 1 ນາທີ0 ຄັ້ງ
10-1
ADadvertisement
ADadvertisement
ADadvertisement

ໂຄງການດັ່ງກ່າວ, ມີຈຸດປະສົງເພື່ອສົ່ງເສີມໃຫ້ຄູປະຈໍາການຈຳນວນ 476 ທ່ານໄດ້ຮັບໂອກາດພັດທະນາຕົນເອງ ໂດຍສະເພາະແມ່ນການຍົກລະດັບການສຶກສາເພື່ອຄວາມກ້າວໜ້າໃນໜ້າທີ່ວຽກງານ. ສຳລັບ 12 ເມືອງເປົ້າໝາຍດັ່ງກ່າວ ປະກອບມີ ແຂວງຫຼວງນໍ້າທາ: ເມືອງວຽງພູຄາ; ແຂວງຫຼວງພະບາງ: ເມືອງວຽງຄໍາ, ເມືອງງອຍ, ເມືອງນໍ້າບາກ ແລະ ເມືອງຈອມເພັດ; ແຂວງວຽງຈັນ: ເມືອງໝື່ນ, ເມືອງຫີນເຫີບ, ເມືອງແມດ ແລະ ເມືອງໂພນໂຮງ; ແຂວງໄຊສົມບູນ: ເມືອງຮົ່ມ; ແຂວງສາລະວັນ: ເມືອງຕຸ້ມລານ ແລະ ເມືອງສະໝ້ອຍ.

ການສະໜອງທຶນຄັ້ງນີ້ ແນໃສ່ໃຫ້ຄູທີ່ຈົບຊັ້ນກາງ ໄດ້ສືບຕໍ່ຍົກລະດັບການສຶກສາໃຫ້ຈົບຂັ້ນອະນຸປະລິນຍາ (ຊັ້ນສູງ) ແລະ ຄູທີ່ຈົບຂັ້ນອະນຸປະລິນຍາ ສືບຕໍ່ໃຫ້ຈົບຂັ້ນປະລິນຍາຕີ. ຫຼັງຈາກສິ້ນສຸດການຮຽນແບບຕໍ່ເນື່ອງໃນໄລຍະພັກຮຽນແລ້ວ, ຄູທັງໝົດໄດ້ກັບຄືນໄປປະຕິບັດໜ້າທີ່ສອນຊັ້ນປະຖົມສຶກສາ ແລະ ອະນຸບານໃນໂຮງຮຽນທີ່ຕົນສັງກັດຢູ່, ພ້ອມທັງຈະສືບຕໍ່ເຂົ້າສຶກສາໃນລະບົບແບບຕໍ່ເນື່ອງດັ່ງກ່າວ ໃນໄລຍະພັກສິ້ນປີຮຽນຈົນກວ່າຈະຈົບຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາ ກຳນົດໄວ້.

ຜ່ານການລົງຕິດຕາມ ແລະ ສຳພາດຄູຜູ້ໄດ້ຮັບທຶນຈໍານວນໜຶ່ງຢູ່ເມືອງໂພນໂຮງ, ເມືອງຫີນເຫີບ, ເມືອງສະມ້ວຍ, ເມືອງນໍ້າບາກ ແລະ ເມືອງວຽງຄໍາ. ບັນດາຄູໄດ້ສະແດງຄວາມຄິດເຫັນຕໍ່ກັບຄວາມສຳຄັນຂອງຫຼັກສູດການຮຽນແບບຕໍ່ເນື່ອງໃນໄລຍະພັກສິ້ນປີຮຽນນີ້ວ່າ: ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບທຶນໃນຄັ້ງນີ້ ແລະ ຈະນໍາເອົາຄວາມຮູ້ທີ່ໄດ້ຮັບມາຜັນຂະຫຍາຍພ້ອມທັງດັດປັບວິທີການສອນ ເພື່ອໃຫ້ນັກຮຽນມີສ່ວນຮ່ວມຫຼາຍຂຶ້ນ, ສົ່ງເສີມໃຫ້ນັກຮຽນມີຄວາມກະຕືລືລົ້ນ ແລະ ສ້າງສະພາບແວດລ້ອມໃນຫ້ອງຮຽນໃຫ້ເກີດການແລກປ່ຽນແນວຄວາມຄິດຢ່າງກວ້າງຂວາງ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່