ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 16:25ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 20

ໂດຍ Jenjila
· 1 ຊົ່ວໂມງ ກ່ອນອ່ານ 2 ນາທີ5 ຄັ້ງ
868935461_1971176487600895_4086775700348236408_n
ADadvertisement
ADadvertisement
ADadvertisement

ວັນທີ 28 ຕຸລານີ້ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ນໍາໂດຍທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະ ເທດອາຊຽນ (ADMM) ຄັ້ງທີ 20 ທີ່ ເມືອງເຊບູ ປະເທດຟີລິບປີນ, ໂດຍການເປັນປະທານຂອງທ່ານ ກິວເບີໂຕ ຊີ ເທີເດໂຣ ຈູເນຍ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຟີລິບປີນ, ມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ຈາກປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

ກອງປະຊຸມ ADMM ຄັ້ງທີ 20 ໄດ້ດຳເນີນພາຍໃຕ້ຄໍາຂວັນ: “ການນຳພາອະນາຄົດອາຊຽນຂອງພວກເຮົາ ຮ່ວມກັນ” ກອງປະຊຸມໃນຄັ້ງນີ້ ເປັນການເຕົ້າໂຮມບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ຜູ້ຕາງໜ້າຂັ້ນສູງ ຈາກບັນດາປະເທດສະມາຊິກອາຊຽນ ເພື່ອພິຈາລະນາ ແລະ ຮັບຮອງເອົາ 5 ເອ ກະສານລິເລີ່ມໃໝ່ ລວມທັງເອກະສານແນະນໍາ ວ່າດ້ວຍລະບຽບຫຼັກການ ແລະ ພິທີການໃນການຈັດຕັ້ງກອງປະຊຸມ ADMM ແລະ ADMM-ບວກ ທີ່ຮ່າງໂດຍ ສປປ ລາວ ແລະ ມາເລເຊຍ ແລະ ຮັບຮອງເອົາ 2 ຖະແຫຼງການຮ່ວມມະນິລາ ຂອງກອງປະຊຸມ ADMM ວ່າດ້ວຍວັນຄົບຮອບ 20 ປີ ຂອງການສ້າງຕັ້ງກອງປະຊຸມ ADMM ພາຍໃຕ້ຄຳຂວັນ: “ການນຳພາອະນາຄົດອາຊຽນຂອງພວກເຮົາ, ຮ່ວມກັນ” ແລະ ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມ ADMM ວ່າດ້ວຍການສະເຫຼີມສະຫຼອງວັນຄົບຮອບ 50 ປີ ຂອງການລົງນາມໃນສົນທິສັນຍາ ວ່າດ້ວຍໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້. ນອກນັ້ນ, ກອງປະຊຸມ ຍັງໄດ້ສືບຕໍ່ປຶກສາຫາລື ແລະ ເປັນເອກະພາບດ້ານວຽກງານປິ່ນອ້ອມອື່ນໆ ທີ່ກ່ຽວຂ້ອງ ໂດຍສະເພາະການກະກຽມໃຫ້ກອງປະຊຸມ ADMM-Plus ຄັ້ງທີ 13 ຊຶ່ງຈະຈັດຂຶ້ນໃນວັນທີ 29 ຕຸລາ 2026.

ຄະນະຜູ້ແທນຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຍັງຈະໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ-ອາເມຣິກາ ແລະ ອາຊຽນ-ຍີ່ປຸ່ນ ໃນວັນທີ 28 ຕຸລາ 2026 ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 13 ໃນວັນທີ 29 ຕຸລາ 2026 ນີ້.

(ຂ່າວ: ມິກກີ້ ແກ້ວສຸວັນ ໂທລະພາບກອງທັບ)

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່