ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 14:34ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອາຊຽນ ສືບຕໍ່ຕັ້ງສູນປະສານງານທາງທະເລ ເພື່ອເພີ່ມຄວາມໝັ້ນຄົງ ໃນການແລ່ນກຳປັ່ນ

ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
202501011_iqmy_asean
ADadvertisement
ADadvertisement
ADadvertisement

ສຳນັກຂ່າວ ອິນໂຟເຄວສ ລາຍງານວ່າ: ອາ​ຊຽນ (ASEAN) ໄດ້​ເຫັນ​ດີ ​ເພີ່ມ​ທະວີ​ ການ​ຮ່ວມ​ມື​ດ້ານ​ກິດຈະການ ທາງ​ທະ​ເລ ​ແລະ ພວມ​ກະກຽມ​ ສ້າງ​ຕັ້ງ​ສູນປະສານ​ງານ​ ການ​ແລ່ນກຳປັ່ນ ໂດຍຟີ​ລິບ​ປິນ ກ່າວ​ວ່າ, ວິທີ​ການດັ່ງກ່າວ​ນີ້ ​ສາມາດ​ຊ່ວຍ​ຫລຸດ​ຜ່ອນ​ຄວາມ​ສ່ຽງ​ ບໍ່ໃຫ້​ເກີດ​ການ​ປິດ​ຊ່ອງ​ແຄບ ທະເລຮໍມຸດ​ໃນ​ທະ​ເລ​ຈີນ​ໃຕ້​ຄືນ​ໃໝ່.
      ປະທານາທິບໍດີ ເຟີຣດີນານ ມາຣກໍສ ຈູເນຍ (Ferdinand Marcos Jr)ຂອງ ຟີ​ລິບ​ປິນ ​ໃນ​ຖານະ​ເປັນ​ເຈົ້າ ພາບ​ຈັດ​ກອງ​ປະຊຸມ ​ສຸດ​ຍອດ​ອາ​ຊຽນ, ​ໄດ້​ເປີດ​ເຜີຍ​ວ່າ, ກຸ່ມອາ​ຊຽນ ຈະ​ສ້າງ​ຕັ້ງ ສູນ​ຂໍ້​ມູນ​ຂ່າວສານ​ ກ່ຽວ​ກັບ​ການ​ແລ່ນກຳປັ່ນ ​ແລະ ນະ​ໂຍບາຍ ​ທາງທະ​ເລ, ​ເພື່ອ​ໃຊ້ເປັນ​ຂອບ​ເຂດ ​ບໍລິຫານ​ຂອງ 11 ປະ​ເທດ. ໂດຍຟີ​ລິບ​ປິນ​ ສະ​ເໜີ​ໃຫ້ສ້າງ​ຕັ້ງ​ສູນ​ກາງ​ ຢູ່​ພາຍ​ໃນ​ປະ​ເທດ​ຕົນ.
            ສູນປະສານງານທາງທະເລ ອາຊຽນ (Asean Maritime Center)​ ຈະ​ສຸມ​ໃສ່​ ການ​ຮັກສາ​ ຄວາມ​ປອດ​ໄພ, ຄວາມ​ເສລີ ​ໃນ​ການ​ແລ່ນ ກຳປັ່ນ ແລະ ຄວາມ​ເປັນ​ລະບຽບ ​ຮຽບຮ້ອຍ ​ຢູ່​ທະ​ເລ​ຈີນ​ໃຕ້, ພ້ອມ​ທັງ​ ຕິດຕາມ​ ກວດກາ​ ບັນຫາ ການ​ຫາ​ປາ​ ທີ່​ຜິດ​ກົດໝາຍ, ການ​ລັກລອບ​ຂົນສິນຄ້າ,ການ​ຄ້າ​ມະນຸດ./.
 

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່