
ໄຟໄໝ້ຮ້ານອາຫານພາຍໃນສະໜາມບິນນານາຊາດ ຈໍຈ໌ ບຸຊ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນອອກຈາກພື້ນທີ່

ວັນທີ 27 ຕຸລາ 2026 ເວລາປະມານ 16:20 ໂມງ ຕາມເວລາທ້ອງຖິ່ນ ຫຼື ວັນທີ 28 ຕຸລາ ເວລາ 04:20 ໂມງ ຕາມເວລາປະເທດລາວ ໄດ້ເກີດເຫດເພີງໄໝ້ພາຍໃນຮ້ານອາຫານ Ember ບໍລິເວນອາຄານຜູ້ໂດຍສານ Terminal C North ຂອງສະໜາມບິນນານາຊາດ ຈໍຈ໌ ບຸຊ (George Bush Intercontinental Airport) ເມືອງຮິວສຕັນ ລັດເທັກຊັດ.
ເພີງໄດ້ລຸກໄໝ້ຈາກບໍລິເວນຫ້ອງຄົວ ຂອງຮ້ານອາຫານ ສົ່ງຜົນໃຫ້ກຸ່ມຄວັນສີດຳຂະໜາດໃຫຍ່ພວຍພຸ່ງອອກຈາກອາຄານ ເຊິ່ງສາມາດເບິ່ງເຫັນໄດ້ຈາກລານຈອດ ແລະ ທາງຂັບຂອງເຮືອບິນ.
ເຈົ້າໜ້າທີ່ດັບເພີງເມືອງຮິວສຕັນ ໄດ້ລະດົມກຳລັງເຂົ້າຄວບຄຸມສະຖານະການ ພ້ອມທັງເຄື່ອນຍ້າຍຜູ້ໂດຍສານອອກຈາກບໍລິເວນໃກ້ຄຽງເພື່ອຄວາມປອດໄພ.
ເຈົ້າໜ້າທີ່ສາມາດດັບເພີງໄດ້ໃນເວລາປະມານ 17:20 ໂມງ ຕາມເວລາທ້ອງຖິ່ນ ໂດຍໃຊ້ເວລາປະມານ 1 ຊົ່ວໂມງ ແລະ ບໍ່ມີລາຍງານຜູ້ບາດເຈັບ ຫຼື ເສຍຊີວິດ.
ສາຍການບິນ United Airlines ລະບຸວ່າ ຖ້ຽວບິນບໍ່ໄດ້ຮັບຜົນກະທົບ ໃດໆ ທັງໝົດ, ໃນຂະນະທີ່ຖ້ຽວບິນໃນອາຄານຜູ້ໂດຍສານອື່ນໆ ຍັງດຳເນີນການຕາມປົກກະຕິ.
ໜ່ວຍສືບສວນເຫດເພີງໄໝ້ຂອງເມືອງຮິວສຕັນ ພວມຢູ່ໃນລະຫວ່າງການກວດສອບສາເຫດ ແລະ ປະເມີນຄວາມເສຍຫາຍ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






