
ທຣຳ ຢືນຢັນວ່າ ຈະຍອມຮັບຜົນເລືອກຕັ້ງກາງສະໄໝ ຫາກການເລືອກຕັ້ງມີຄວາມສຸດຈະລິດ ທ່າມກາງຜົນສຳຫຼວດທີ່ຊີ້ວ່າ ພັກຣີພັບລິກັນອາດປະລາໄຊ

ໂດນັລ ທຣຳ ຢືນຢັນວ່າ ລາວຈະຍອມຮັບຜົນການເລືອກຕັ້ງກາງສະໄໝ ຖ້າຫາກການເລືອກຕັ້ງນັ້ນເປັນໄປຢ່າງສຸດຈະລິດ ໃນຂະນະທີ່ລາວພະຍາຍາມເດີນໜ້າຫາສຽງ ທ່າມກາງຜົນສຳຫຼວດຄະແນນນິຍົມທີ່ບົ່ງຊີ້ວ່າ ພັກຣີພັບລິກັນອາດຈະພ່າຍແພ້.

ເມື່ອວັນທີ 27 ຕຸລາ 2026 ໂດນັລ ທຣຳ ປະທານາທິບໍດີສະຫະລັດ ອາຍຸ 80 ປີ ໃຫ້ສຳພາດສື່ມວນຊົນກ່ອນເດີນທາງໄປຫາສຽງຢູ່ລັດເທັກຊັດ ໂດຍລະບຸວ່າ ລາວຈະຍອມຮັບຜົນການເລືອກຕັ້ງກາງສະໄໝທີ່ຈະຈັດຂຶ້ນໃນອາທິດໜ້າ ຫາກການເລືອກຕັ້ງນັ້ນ “ເປັນໄປຢ່າງສຸດຈະລິດ” ເຊິ່ງຫຼາຍຝ່າຍມອງວ່າ ຄຳເວົ້າດັ່ງກ່າວອາດເປັນຄວາມພະຍາຍາມສ້າງຂໍ້ສົງໄສກ່ຽວກັບຄວາມຊອບທຳຂອງການເລືອກຕັ້ງ.
ທຣຳ ກ່າວຕອບຄຳຖາມຂອງນັກຂ່າວທີ່ຖາມວ່າ ລາວຈະຍອມຮັບຜົນການເລືອກຕັ້ງກາງສະໄໝຫຼືບໍ່ ວ່າ “ຂ້ອຍຈະຍອມຮັບ ຖ້າຫາກມັນເປັນການເລືອກຕັ້ງທີ່ສຸດຈະລິດ”.
ນັກວິຈານບາງສ່ວນສະແດງຄວາມກັງວົນວ່າ ທຣຳ ອາດກຳລັງກຽມການເພື່ອຄັດຄ້ານຜົນການເລືອກຕັ້ງກາງສະໄໝ ຫຼື ອາດນຳໄປສູ່ການໃຊ້ອຳນາດສຸກເສີນໃນຮູບແບບໃດໜຶ່ງ ຖ້າຫາກພັກຣີພັບລິກັນພ່າຍແພ້.
ກ່ອນໜ້ານີ້ ທຣຳ ໄດ້ພະຍາຍາມເພີ່ມຄວາມເຂັ້ມຂຸ້ນໃນການກ່າວຫາວ່າມີການສໍ້ໂກງການເລືອກຕັ້ງ ໂດຍບໍ່ໄດ້ສະແດງຫຼັກຖານໃດໆ ພ້ອມທັງປະກາດມອບເງິນລາງວັນ 1 ລ້ານໂດລາສະຫະລັດ ໃຫ້ແກ່ຜູ້ທີ່ແຈ້ງເບາະແສຈົນນຳໄປສູ່ການລົງໂທດຜູ້ກະທຳຜິດກ່ຽວກັບການໂກງເລືອກຕັ້ງ. ທ່າມກາງຜົນສຳຫຼວດຄວາມຄິດເຫັນທີ່ຊີ້ວ່າ ພັກຣີພັບລິກັນອາດສູນເສຍສຽງຂ້າງຫຼາຍໃນສະພາຄອງເກຣສໃຫ້ແກ່ພັກເດໂມແຄຣັດ.
ໃນຂະນະດຽວກັນ ພັກຣີພັບລິກັນກໍກຳລັງກັງວົນຕໍ່ກະແສ “ຄື້ນສີຟ້າ” (Blue Wave) ຂອງພັກເດໂມແຄຣັດ ເນື່ອງຈາກຜູ້ລົງຄະແນນສຽງບໍ່ພໍໃຈກັບພາວະເງິນເຟີ້ ແລະ ລາຄານ້ຳມັນທີ່ສູງຂຶ້ນ ພາຍຫຼັງທີ່ທຣຳເລີ່ມສົງຄາມກັບອີຣ່ານ. ສະຖານະການດັ່ງກ່າວສົ່ງຜົນໃຫ້ທຣຳຕ້ອງລົງພື້ນທີ່ຫາສຽງເກືອບທຸກມື້ ເພື່ອກະຕຸ້ນຖານສຽງຂອງກຸ່ມ MAGA (Make America Great Again) ຫຼື “ເຮັດໃຫ້ອາເມລິກາຍິ່ງໃຫຍ່ອີກຄັ້ງ”.
ທຣຳ ຍັງໄດ້ກ່າວເຖິງການເຮັດວຽກຮ່ວມກັບພັກເດໂມແຄຣັດ ໃນກໍລະນີທີ່ພັກຣີພັບລິກັນສູນເສຍສຽງຂ້າງຫຼາຍວ່າ:
“ພວກເຮົາຈະຫາທາງຮັບມືກັບມັນ. ຟັງເດີ້, ຂ້ອຍມີອຳນາດວີໂຕ (Veto) ທີ່ເຂັ້ມແຂງ. ຂ້ອຍຫວັງວ່າເຫດການນັ້ນຈະບໍ່ເກີດຂຶ້ນ ແຕ່ຖ້າມັນເກີດຂຶ້ນ ເຊິ່ງກໍເຄີຍເກີດຂຶ້ນກັບປະທານາທິບໍດີຫຼາຍຄົນມາແລ້ວ… ເມື່ອທ່ານມີອຳນາດວີໂຕທີ່ເຂັ້ມແຂງ ທ້າຍທີ່ສຸດທ່ານກໍສາມາດເຈລະຈາເພື່ອບັນລຸຂໍ້ຕົກລົງກັນໄດ້.”
ທັງນີ້ ການເດີນທາງໄປລັດເທັກຊັດໃນຄັ້ງນີ້ ຖືເປັນຄັ້ງທີ 3 ພາຍໃນຮອບ 1 ເດືອນ ເນື່ອງຈາກຜົນສຳຫຼວດຊີ້ວ່າ ການແຂ່ງຂັນເລືອກຕັ້ງສະມາຊິກວຸດທິສະພາໃນລັດນີ້ມີຄະແນນສູສີກັນຢ່າງຫຼາຍ.
ທຣຳ ລະບຸວ່າ ລາວຈະເດີນທາງໄປຮັບມອບນ້ຳມັນດິບຈຳນວນ 1 ລ້ານບາເຣວຈາກເວເນຊູເອລາ ໂດຍມີ ມາໂກ ຣູບິໂອ ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ຮ່ວມເດີນທາງໄປດ້ວຍ.
ທີ່ມາ: CNA
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






