ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 10:03ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຮືອປະເພນີຊາຍ ທະນາຄານຮ່ວມພັດທະນາ JDB ຄວ້າແຊັມ ປະຈຳປີ 2026

ໂດຍ kaling
· 55 ນາທີ ກ່ອນອ່ານ 2 ນາທີ1 ຄັ້ງ
861826640_1668278284751990_769067952597480617_n
ADadvertisement
ADadvertisement
ADadvertisement

ການຈັດແຂ່ງຂັນຊ່ວງເຮືອປະເພນີປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 27 ຕຸລາ 2026 ແລະ ສຳເລັດຢ່າງຈົບງາມ ໂດຍການເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026, ມີການນໍາຂັ້ນ ນວ, ຂັ້ນເມືອງ, ອະດີດການນໍາ, ນັກສີພາຍ, ນັກທຸລະກິດ ພ້ອມດ້ວຍມວນຊົນຫລາຍພັນຄົນເຂົ້າຮ່ວມ.

ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະເພນີ ປະຈຳປີ 2026 ມີ ເຮືອຊ່ວງເຂົ້າແຂ່ງຂັນທັງໝົດ 18 ລຳ ແລະ ເຮືອໄຟ 5 ລຳ. ໃນນັ້ນ ເຮືອປະເພນີຊາຍ 30 ສີພາຍ ຈາກທະນາຄານ ຮ່ວມພັດທະນາ JDB ສາມາດຄວ້າແຊັມມາຄອງໄດ້ ພ້ອມຮັບຂັນເງິນ1 ໜ່ວຍ ເງິນລາງວັນ 40. 000.000 ກີບ ແລະ ຂັນໝູນວຽນ. ສຳລັບການແຂ່ງຂັນປີນີ້ ມີເຮືອຊ່ວງປະເພດ 30 ສີພາຍຊາຍ 10 ລຳ, ເຮືອຊ່ວງ 12 ສີພາຍ (ຊາຍ) 4 ລໍາ, ເຮືອຊ່ວງ 12 ສີພາຍ (ຍິງ) ຈໍານວນ 4 ລໍາ. ນອກຈາກນັ້ນ, ພາຍໃນງານຍັງໄດ້ຈັດກິດຈະກຳວາງສະແດງ, ໂຄສະນາຂາຍສິນຄ້າ ແລະ ເຄື່ອງຫລິ້ນຕ່າງໆ.ໃນນີ້, ຮ້ານໂຄສະນາວາງສະແດງສິນຄ້າ, ຂາຍເສື້ອຜ້າທົ່ວໄປ, ເຂົ້າຫລາມປີ້ງໄກ່ ແລະ ມີເວທີສະແດງ ເພື່ອໃຫ້ມວນຊົນ ທີ່ມາທ່ຽວຊົມໄດ້ເບິ່ງ ໄດ້ຊົມໃນແຕ່ລະຄືນ ທັງນີ້ກໍເພື່ອເຮັດໃຫ້ການສະເຫລີມສະຫລອງບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປີນີ້ ມີບັນຍາກາດຟົດຟື້ນ.

ສຳລັບຜົນແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ປະເພດ 30 ສີພາຍຊາຍຜົນປາກົດວ່າ: ຊະນະເລີດອັນດັບ 1 ໄດ້ແກ່ເຮືອຈາກທະນາຄານຮ່ວມພັດທະນາ JDB ໄດ້ຮັບຂັນເງິນ 1 ໜ່ວຍ, ເງິນສົດ 40.000.000 ກີບ ພ້ອມຂັນໜູນວຽນ;ທີ 2 ເຮືອຈໍາປາເຮືອຊ່ວງ ໄດ້ຮັບຂັນລາງວັນ 1 ໜ່ວຍ, ພ້ອມລາງວັນເງິນສົດ 35.000.000 ກີບ; ທີ 3: ເຮືອບໍລິສັດ ຊັນນີ້ແອັດແຊັດໄດ້ຮັບຂັນລາງວັນ 1 ໜ່ວຍ, ພ້ອມລາງວັນເງິນສົດ 30.000.000 ກີບ; ທີ 4 ເຮືອເພັດມີໄຊ ຕາວັນໃຕ້ຟ້າ ບ້ານສີຖານໃຕ້ໄດ້ຮັບຂັນລາງວັນ 1 ໜ່ວຍ, ພ້ອມລາງວັນເງິນສົດ 25.000.000 ກີບ.

ສ່ວນຜົນການແຂ່ງຂັນເຮືອຊ່ວງ 12 ສີພາຍ ຍິງ ອັນດັບ 1 ໄດ້ແກ່ ເຮືອແມ່ຍິງກຸ່ມການນໍາເມືອງຈັນທະບູລີ ໄດ້ຮັບລາງວັນ 8.000.000 ກີບ; ທີ 2: ເຮືອຕາແສງວັດຈັນ ໄດ້ຮັບລາງວັນ 7.000.000 ກີບ; ທີ 3 : ເຮືອຕາແສງໜອງທາ ໄດ້ຮັບລາງວັນ 6.000.000 ກີບ ແລະ ທີ 4: ເຮືອຕາແສງໂພນຕ້ອງ ໄດ້ຮັບລາງວັນ 5.000.000 ກີບ; ເຮືອ 12 ສີພາຍ ຊາຍ ທີ 1: ເຮືອການນໍາເມືອງຈັນທະບູລີ; ທີ 2: ເຮືອຕາແສງໜອງທາ; ທີ 3: ເຮືອຕາແສງວັດຈັນ ແລະ ທີ 4 ເຮືອຕາແສງໂພນຕ້ອງ. ສ່ວນລາງວັນທີ 1; ທີ 2; ທີ 3 ແລະ ທີ 4 ໄດ້ຮັບຄືກັນກັບລາງວັນເຮືອ 12 ສີພາຍ ຍິງ.

ນອກຈາກນີ້, ຍັງມີການມອບລາງວັນເຮືອໄຟສາມັກຄີ ຊຶ່ງຜົນປະກົດວ່າ: ຊະນະເລີດ ໄດ້ແກ່ເຮືອໄຟສາມັກຄີໂຮງແຮມລືໄຊ ໄດ້ຮັບລາງວັນ24.000.000 ກີບ; ທີ 2: ເຮືອໄຟສາມັກຄີຕາແສງໜອງທາ ໄດ້ຮັບລາງວັນ 21.000.000 ກີບ; ທີ 3: ເຮືອໄຟສາມັກຄີ ຕາແສງວັດຈັນ ເມືອງຈັນທະບູລີ ໄດ້ຮັບລາງວັນ 19.000.000 ກີບ; ທີ 4: ເຮືອນໄຟ ສາມັກຄີຊາວບ້ານທົ່ງຂັນຄໍາ ໄດ້ຮັບລາງວັນ 17.000.000 ກີບ.

ໂດຍ: ມາລີດາ

ພາບ: ເກດສະໜາ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດກິລາ
ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່