MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກິດຈະກໍາແລກປ່ຽນວັດທະນະທໍາ ແລະ ກິລາປະຈໍາປີ 2026 ຂອງການເຄື່ອນໄຫວລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລໍາແມ່ນໍ້າຂອງ ຈີນ-ລາວ-ມຽນມາ-ໄທ

ກິດຈະກໍາແລກປ່ຽນວັດທະນະທໍາ ແລະ ກິລາປະຈໍາປີ 2026 ຂອງການເຄື່ອນໄຫວລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລໍາແມ່ນໍ້າຂອງ ຈີນ-ລາວ-ມຽນມາ-ໄທ

Jenjila
ເຜີຍແຜ່: 19 October 2026, 14:08
ປັບປຸງຫຼ້າສຸດ: 19 October 2026, 14:08
ອ່ານ 3 ຄັ້ງ
ກິດຈະກໍາແລກປ່ຽນວັດທະນະທໍາ ແລະ ກິລາປະຈໍາປີ 2026 ຂອງການເຄື່ອນໄຫວລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລໍາແມ່ນໍ້າຂອງ ຈີນ-ລາວ-ມຽນມາ-ໄທ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ວັນທີ 18 ຕຸລາ 2026, ກິດຈະກໍາແລກປ່ຽນວັດທະນະທໍາ ແລະ ກິລາ ປະຈໍາປີ 2026 ຂອງການເຄື່ອນໄຫວລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລໍາແມ່ນໍ້າຂອງ ຈີນ-ລາວ-ມຽນມາ-ໄທ ໄດ້ຈັດຂຶ້ນຢູ່ນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສິນພັ່ນນາ ແຂວງຢຸນນານຈີນ. ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ 300 ກວ່າທ່ານຈາກ 4 ປະເທດ ຄື: ຈີນ, ລາວ, ມຽນມາ ແລະ ໄທ ໄດ້ເຕົ້າໂຮມກັນຢູ່ສໍານັກງານກອງລາດຕະເວນທາງນໍ້າຂອງກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຢຸນນານ ເພື່ອແຂ່ງຂັນກິລາ ແລະ ແລກປ່ຽນໄມຕີຈິດມິດຕະພາບ ໂດຍໃຊ້ການແລກປ່ຽນວັດທະນະທໍາ ແລະ ກິລາ ເປັນຂົວເພື່ອເພີ່ມທະວີການຮ່ວມມືບັງຄັບໃຊ້ກົດໝາຍລະຫວ່າງ 4 ປະເທດດັ່ງກ່າວ ແລະ ເຕົ້າໂຮມກໍາລັງແຮງເພື່ອບໍລິຫານເຂດລ່ອງແມ່ນໍ້າຂອງຮ່ວມກັນ. ບັນຍາກາດຢູ່ສະຖານທີ່ຈັດກິດຈະກໍາເຕັມໄປດ້ວຍຄວາມຄຶກຄື້ນມ່ວນຊື່ນ ໂດຍມີການແຂ່ງຂັນກິລາ 5 ປະເພດ ຄື: ບານເຕະ, ກະຕໍ້, ດຶງເຊືອກ, ດອກປີກໄກ່ ແລະ ການແລ່ນສົ່ງຕໍ່.

ປີນີ້ແມ່ນຄົບຮອບ 15 ປີ ຂອງກົນໄກລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລໍາແມ່ນໍ້າຂອ ຈີນ-ລາວ-ມຽນມາ-ໄທ. ຕະຫລອດໄລຍະ 15 ປີຜ່ານມາ, ພາກສ່ວນບັງຄັບໃຊ້ກົດໝາຍຈາກ 4 ປະເທດດັ່ງກ່າວໄດ້ຮ່ວມຈິດຮ່ວມໃຈ ແລະ ຊ່ວຍຊູຍູ້ໜູນກັນ, ດໍາເນີນການເຄື່ອນໄຫວລາດຕະເວນບັງຄັບໃຊ້ກົດໝາຍຢ່າງເປັນປົກກະຕິ, ປາບປາມການກະທໍາທີ່ຜິດກົດໝາຍ ແລະ ອາດຊະຍາກໍາຕ່າງໆຕາມລໍາແມ່ນໍ້າຂອງ ເຊັ່ນ: ການຄ້າຢາເສບຕິດ, ການເຂົ້າເມືອງຜິດກົດໝາຍ, ການລັກລອບຂົນສົ່ງສິນຄ້າ, ການຫລອກລວງທາງໂທລະຄົມ ແລະ ອື່ນໆ. ການເຄື່ອນໄຫວດັ່ງກ່າວສາມາດປົກປ້ອງຄວາມປອດໄພຕາມລໍາແມ່ນໍ້າຂອງ ແລະ ຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງມີປະສິດທິຜົນ.

ແບ່ງປັນ:
‹ ກັບໄປໝວດກິລາ
ມື້ນີ້ · ຂໍ້ມູນສົດ ວັນຈັນ 19 ຕຸລາ 2026 · ຂຶ້ນ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ