ເກີດເຫດລົດກະບະເສຍຫຼັກຕົກແຄມທາງ ຢູ່ທາງຂຶ້ນສະໜາມບິນເກົ່າ ບ້ານອຸດົມ ເມືອງຫ້ວຍຊາຍ ມີຜູ້ໄດ້ຮັບບາດເຈັບ 2 ຄົນ.
Jenjila
ເຜີຍແຜ່: 19 October 2026, 13:12
ປັບປຸງຫຼ້າສຸດ: 19 October 2026, 13:13
ອ່ານ 4 ຄັ້ງ

ໃນເວລາປະມານ 6:30 ນາທີຂອງວັນທີ 18 ຕຸລາ 2026 ໄດ້ເກີດອຸປະຕິເຫດລົດກະບະ ເສຍຫຼັກຕົກແຄມທາງເບື້ອງຊ້າຍ ຢູ່ເຂດທາງຂຶ້ນສະໜາມບິນເກົ່າ ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ຕາມຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ: ລົດຄັນດັ່ງກ່າວແມ່ນໄດ້ແລ່ນລົງເນີນຄ້ອຍທາງຂຶ້ນສະໜາມບິນເກົ່າ ແລ້ວເກີດເສຍຫຼັກຕົກລົງແຄມທາງ. ເຫດການດັ່ງກ່າວໄດ້ສົ່ງຜົນໃຫ້ຜູ້ທີ່ຢູ່ພາຍໃນລົດ ຈຳນວນ 2 ຄົນ ໄດ້ຮັບບາດເຈັບສົມຄວນ.
ພາຍຫຼັງເກີດເຫດ, ເຈົ້າໜ້າທີ່ຈາລະຈອນໄດ້ລົງຮອດກວດກາສະຖານທີ່ເກີດເຫດ ເພື່ອເກັບກຳຂໍ້ມູນ, ຫຼັກຖານ.
ສ່ວນລາຍລະອຽດວ່າເຈົ້າຂອງລົດແມ່ນໃຜ ແລະ ສາເຫດທີ່ແທ້ຈິງຂອງການເກີດອຸປະຕິເຫດໃນຄັ້ງນີ້ ແມ່ນຢູ່ໃນຂັ້ນຕອນເຈົ້າໜ້າທີ່ກຳລັງເກັບກຳຂໍ້ມູນ.



ຂ່າວ: ຂ່າວແຂວງບໍ່ແກ້ວ
ແບ່ງປັນ:


