MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ບໍລິຄໍາໄຊ ເຊັນສັນຍາ 3 ໂຄງການລົງທຶນພັດທະນາໂຄງການໄຟຟ້າແສງຕາເວັນຂະໜາດ 5 ເມກາວັດ

ບໍລິຄໍາໄຊ ເຊັນສັນຍາ 3 ໂຄງການລົງທຶນພັດທະນາໂຄງການໄຟຟ້າແສງຕາເວັນຂະໜາດ 5 ເມກາວັດ

Jenjila
ເຜີຍແຜ່: 19 October 2026, 15:12
ປັບປຸງຫຼ້າສຸດ: 19 October 2026, 15:16
ອ່ານ 1 ຄັ້ງ
ບໍລິຄໍາໄຊ ເຊັນສັນຍາ 3 ໂຄງການລົງທຶນພັດທະນາໂຄງການໄຟຟ້າແສງຕາເວັນຂະໜາດ 5 ເມກາວັດ

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ພິທີລົງນາມເຊັນສັນຍາວ່າດ້ວຍການລົງທຶນພັດທະນາໂຄງການໄຟຟ້າແສງຕາເວັນ ຂະໜາດ 5 ເມກາວັດ ລະຫວ່າງອົງການປົກຄອງແຂວງບໍລິຄໍາໄຊ ກັບບໍລິສັດປາກຊັນພັດທະນາພະລັງງານຈໍາກັດ ແລະ ບໍລິສັດລາວພະລັງງານສະອາດຈໍາກັດ ຈັດຂຶ້ນໃນວັນທີ 15 ຕຸລາ 2026 ຜ່ານມາທີ ເມືອງປາກຊັນ ແຂວງບໍລິຄໍາໄຊ ຊຶ່ງເປັນການລົງທຶນໃນຮູບແບບກໍ່ສ້າງເປັນເຈົ້າຂອງ ແລະ ດໍາເນີນງານ (BOO) ເນື້ອທີ່ດິນທີ່ນໍາໃຊ້ເຂົ້າໃນໂຄງການແມ່ນເປັນດິນຂອງບໍລິສັດເອງ ຈໍານວນ 3 ໂຄງການຄື: ໂຄງການໄຟຟ້າແສງຕາເວັນ ຂະໜາດ 5 ເມກາວັດ ລົງມາ ໃນເນື້ອທີ່ 9.982 ຕາແມັດ ຢູ່ບ້ານທວາຍ ເມືອງທ່າພະບາດ, ໂຄງການໄຟຟ້າແສງຕາເວັນຂະໜາດ 5 ເມກາວັດ ໃນເນື້ອທີ່ 64.731 ຕາແມັດ ຢູ່ບ້ານຫວ້ຍສຽດ ເມືອງປາກຊັນ ແລະ ໂຄງການໄຟຟ້າແສງຕາເວັນ ຂະໜາດ 5 ເມກາວັດ ໃນເນື້ອທີ່ 63.217 ຕາແມັດ ຢູ່ບ້ານໂພນສະອາດ ເມືອງປາກຊັນ ແຂວງບໍລິຄໍາໄຊ ລະຫວ່າງອົງການປົກຄອງແຂວງບໍລິຄໍາໄຊ.

ຕາງໜ້າລົງນາມຄັ້ງນີ້ໂດຍ ທ່ານ ແກ້ວວິລາ ທິບດາລາ ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງບໍລິຄຳໄຊ ແລະ ທ່ານ ນາງ ພິລັດດາ ພະໄຊສິສຸນົນ ອໍານວຍການບໍລິສັດລາວພະງານສະອາດ ຈໍາກັດ, ມີທ່ານ ສົມໃຈ ຄຸນພະໄຊ ຮອງປະທານຄະນະກໍາມະການປົກຄອງແຂວງບໍລິຄໍາໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ: ພູວົງ, ພາບ: ວຽງສະຫວັນ

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 19 ຕຸລາ 2026 · ຂຶ້ນ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ