MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະໜາມກິລາຍິງປືນຄົບວົງຈອນ ມາດຕະຖານສາກົນ 2 ທັນວາ ສ້າງສໍາເລັດແລ້ວ 80%

ສະໜາມກິລາຍິງປືນຄົບວົງຈອນ ມາດຕະຖານສາກົນ 2 ທັນວາ ສ້າງສໍາເລັດແລ້ວ 80%

Jenjila
ເຜີຍແຜ່: 19 October 2026, 15:52
ປັບປຸງຫຼ້າສຸດ: 19 October 2026, 16:01
ອ່ານ 5 ຄັ້ງ
ສະໜາມກິລາຍິງປືນຄົບວົງຈອນ ມາດຕະຖານສາກົນ 2 ທັນວາ ສ້າງສໍາເລັດແລ້ວ 80%

ຕອນເຊົ້າວັນທີ 16 ຕຸລາ 2026 ນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍາມະການຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລົງກວດກາຊຸກຍູ້ໂຄງການກໍ່ສ້າງສະໜາມກິລາຍິງປືນ ຄົບວົງຈອນ ມາດຕະຖານສາກົນ 2 ທັນວາ ຂອງກອງບັນຊາການທະຫານແຂວງ ຫຼວງພະບາງ, ມີສະຫາຍ ພົນຈັດຕະວາ ທອງລາ ໄຊຍະວົງສັກ ກໍາມະການພັກແຂວງ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ຫຼວງພະບາງ, ມີທ່ານ ຖາວອນ ອາດສະໝຸດ ປະທານບໍລິສັດ ຫຼວງພະບາງ ສະມາດ ຊິດຕີ້ ຈໍາກັດຜູ້ດຽວ ແລະ​ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການກໍ່ສ້າງ ສະໜາມກິລາຍິງປືນ ຄົບວົງຈອນ ມາດຕະຖານສາກົນ 2 ທັນວາ ຂອງກອງບັນຊາການທະຫານແຂວງ ຫຼວງພະບາງ ຕັ້ງຢູ່ບ້ານໂນນສະອາດ ນະຄອນ ຫຼວງພະບາງ, ໂຄງການດັງກ່າວເປັນອາຄານຊັ້ນດຽວ 3 ຫຼັງ, ໃນນັ້ນປະກອບມີ: ອາຄານຕ້ອນຮັບ, ບ່ອນວ່າງສະແດງສິນຄ້າ ແລະຈໍາໜ່າຍເຄື່ອງທີ່ລະນຶກ, ຮ້ານອາຫານ ແລະກາເຟ, ອາຄານຫ້ອງການ ແລະ​ ການບໍລິການຍິງປືນໃນຮົ່ມ, ອາຄານວາງສະແດງພິພິຕະພັນ ແລະ​ ຫໍມູນເຊຶ້ອຂອງກອງທັບປະຊາຊົນລາວ, ນອກນິ້ຍັງມີສະໜາມຍິງປືນກາງແຈ້ງ 3 ສະໜາມ ເພື່ອເປັນບ່ອນຝຶກແອບສິນລະປະຍຸດ – ຍຸດທະວິທີ​ ທາງດ້ານວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ​ ໃຫ້ແກ່ກອງບັນຊາການທະຫານແຂວງ​ ແລະ​ ກອງກຳລັງປະກອບອາວຸດທຸກພາກສ່ວນ, ມີເດີ່ນຈອດລົດທີ່ກ້ວາງຂວາງສາມາດຮອງຮັບນັກທ່ອງທ່ຽວເພື່ອມາໃຊ້ບໍລິການໄດ້ຢ່າງເຕັມທີ່ ແລະ​ ຍັງຮອງຮັບການຈັດງານວາງສະແດງສິນຄ້າທ້ອງຖິ່ນ ຕື່ມອີກ.

ໂຄງການດັ່ງກ່າວໄດ້ເລີມລົງມືກໍ່ສ້າງມາແຕ່ວັນທີ 1 ຕຸລາ 2025 ເປັນຕົ້ນມາ, ຄາດກະຈະໃຫ້ສໍາເລັດການກໍ່ສ້າງໃນເດືອນ ທັນວາ 2026, ໂດຍແມ່ນບໍລິສັດ ຫຼວງພະບາງ ສະມາດ ຊິດຕີ້ ຈໍາກັດຜູ້ດຽວ ເປັນຜູ້ລົງທຶນກໍ່ສ້າງ. ຜ່ານການລົງກວດກາປະເມີນຜົນຕົວຈິ່ງເຫັນວ່າມາຮອດປະຈຸບັນໂຄງການດັ່ງກ່າວ ແມ່ນສໍາເລັດໄປແລ້ວ 80% ແລະຈະເປີດນໍາໃຊ້ຢ່າງເປັນທາງການໃນຕົ້ນເດືອນມັງກອນປີ 2027 ມໍ່ໆນິ້.

ສະຫາຍ ພັນເອກ ສິງທອງ ອິນທະວອງ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການກອງບັນຊາການທະຫານແຂວງ ຫຼວງພະບາງ ໄດ້ໃຫ້ສໍາພາດວ່າ: ຈຸດປະສົງຫຼັກຂອງໂຄງການນີ້, ແມ່ນເພື່ອຊຸກຍູ້ສົ່ງເສີມວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃນທ້ອງຖິ່ນ, ພະນັກງານ – ນັກຮົບສາມາດເຂົ້າໄປຝຶກແອບໂດຍບໍ່ໄດ້ເສຍຄ່າ.​ ນອກນີ້ ຍັງເປັນການສົ່ງເສີມການທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ, ກະຕຸ້ນດ້ານເສດຖະກິດທ້ອງຖິ່ນ, ເຮັດໃຫ້ປະຊາຊົນມີວຽກເຮັດງານທໍາ ແລະ​ ສ້າງລາຍຮັບໃຫ້ກັບກອງບັນຊາການທະຫານແຂວງ ຫຼວງພະບາງ ຕື່ມອີກ.

ຂ່າວ: ຂ່າວທະຫານແຂວງຫຼວງພະບາງ 

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 19 ຕຸລາ 2026 · ຂຶ້ນ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ