MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຂວງຄຳມ່ວນລົງກວດກາພ້ອມທັງເຮັດບົດບັນທຶກກ່າວເຕືອນ ເຈົ້າຂອງປໍ້ານໍ້າມັນ ທີ່ຫົວຈ່າຍບໍ່ຢູ່ໃນເກນມາດຕະຖານທີ່ກໍານົດ ແລະ ຍຶດຊີງຊັ່ງຕາມທ້ອງຕະຫຼາດ

ແຂວງຄຳມ່ວນລົງກວດກາພ້ອມທັງເຮັດບົດບັນທຶກກ່າວເຕືອນ ເຈົ້າຂອງປໍ້ານໍ້າມັນ ທີ່ຫົວຈ່າຍບໍ່ຢູ່ໃນເກນມາດຕະຖານທີ່ກໍານົດ ແລະ ຍຶດຊີງຊັ່ງຕາມທ້ອງຕະຫຼາດ

Jenjila
ເຜີຍແຜ່: 19 October 2026, 14:38
ປັບປຸງຫຼ້າສຸດ: 19 October 2026, 14:55
ອ່ານ 6 ຄັ້ງ
ແຂວງຄຳມ່ວນລົງກວດກາພ້ອມທັງເຮັດບົດບັນທຶກກ່າວເຕືອນ ເຈົ້າຂອງປໍ້ານໍ້າມັນ ທີ່ຫົວຈ່າຍບໍ່ຢູ່ໃນເກນມາດຕະຖານທີ່ກໍານົດ ແລະ ຍຶດຊີງຊັ່ງຕາມທ້ອງຕະຫຼາດ

ໃນລະຫວ່າງ ວັນທີ 14 – 17 ຕຸລາ 2026 ພະແນກຄຸ້ມຄອງ ແລະ ແກ້ໄຂຄໍາສະເໜີ ວຽກງານມາດຕະຖານ ແລະ ວັດແທກ ໄດ້ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄໍາມ່ວນ ລົງກວດກາບໍລິມາດຫົວຈ່າຍປໍ້ານໍ້າມັນເຊື້ອໄຟ ແລະ ຊີງຊັ່ງ ຕາມທ້ອງຕະຫຼາດພາຍໃນເທດສະບານ ແຂວງຄໍາມ່ວນ, ໃນນີ້ກວດກາບໍລິມາດຫົວຈ່າຍໄດ້ຈໍານວນ 12 ປໍ້າ ແລະ ກວດກາຊີງຊັ່ງຕະຫຼາດໄດ້ຈໍານວນ 102 ຮ້ານ.

ຜ່ານການກວດກາບໍລິມາດຫົວຈ່າຍປໍ້ານໍ້າມັນເຊື້ອໄຟຕົວຈິງ ເຫັນວ່າ: ນໍ້າມັນກາຊວນ ແລະ ນໍ້າມັນແອັດຊັງ ບາງປໍ້າຍັງມີຫົວຈ່າຍຈໍານວນໜຶ່ງແມ່ນບໍ່ນອນຢູ່ໃນເກນມາດຕະຖານທີ່ກໍານົດ ±25, ແຕ່ສະພາບຕູ້ຈ່າຍ ແລະ ກົ່ວໜີບຊິມລ໋ອກ ຢູ່ໃນສະພາບປົກກະຕິ, ເມື່ອມີການໃຊ້ງານເປັນປະຈໍາອາດເຮັດໃຫ້ຫົວຈ່າຍມີການອ່ານຄ່າຫຼຸດລົງ.

ດັ່ງນັ້ນ ທີມກວດກາຈຶ່ງໄດ້ປັບໃຫ້ຢູ່ໃນຄ່າອະນຸຍາດທີ່ກໍານົດ ພ້ອມທັງເຮັດບົດບັນທຶກກ່າວເຕືອນໄວ້, ສໍາຫຼັບຊິງຊັ່ງຕະຫຼາດ ແມ່ນຍຶດໄດ້ຊິງຊັ່ງທີ່ບໍ່ຖືກຕ້ອງຈໍານວນ 13 ໜ່ວຍເພື່ອເອົາມາທໍາລາຍ.

ຖ້າຫາກພົບເຫັນຄວາມຜິດປົກກະຕິ ຫຼື ສົງໃສກ່ຽວກັບບໍລິມາດ ຫົວຈ່າຍນໍ້າມັນເຊື່ອໄຟ ຫຼື ຊື້ສິນຄ້າ ແລ້ວຊັ່ງເຄື່ອງໄດ້ບໍ່ເຕັມຕາມຈໍານວນສາມາດໂທຫາສາຍດ່ວນ 1513 ເພື່ອຮ້ອງຮຽນໄດ້.

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 19 ຕຸລາ 2026 · ຂຶ້ນ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ