
ຮ່ວມສົ່ງແຮງເຊຍ ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ


ຄະນະຄູຝຶກ ແລະ ນັກກິລາທີມຊາລາວ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ອອກເດີນທາງໄປປະເທດອາແຊັກໄບຊານ (AZERBAIJAN) ເມື່ອວັນທີ 20 ຕຸລາຜ່ານມາ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນໂລກ 2026 ຫຼື FIFA U15 World Cup & Festival 2026.
ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ຫຼື U-15 ຖືກຈັດຢູ່ກຸ່ມ K ຮ່ວມກັບທີມຊາດບາເຣນ (BAHRAIN), ທີມຊາດກາເມີຣູນ (CAMEROON), ທີມຊາດເກຣີນາດາ (GRENADA), ທີມຊາດອິນເດຍ (INDIA), ທີມຊາດລາວ (LAOS) ແລະ ທີມຊາດເຊເນການ (SENEGAL) ຊຶ່ງການແຂ່ງຂັນຈະຈັດຂຶ້ນຢູ່ປະເທດອາແຊັກໄບຊານ (AZERBAIJAN) ໃນລະຫວ່າງວັນທີ 22-31 ຕຸລາ 2026.
ອີກໜຶ່ງກ້າວສຳຄັນຂອງວົງການບານເຕະລາວ! ![]()
ຄະນະຄູຝຶກ ແລະ ນັກກິລາທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ໄດ້ອອກເດີນທາງສູ່ປະເທດອາແຊກໄບຊານ
ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນລະດັບໂລກ FIFA U-15 World Cup & Festival 2026 ທີ່ຈະຈັດຂຶ້ນໃນວັນທີ 22–31 ຕຸລາ 2026. ![]()
![]()
ສຳລັບທີມຊາດລາວ U15 ຖືກຈັດຢູ່ກຸ່ມ K ຮ່ວມກັບອີກ 5 ຊາດ ປະກອບມີ:
ບາເຣນ (Bahrain)
ກາເມີຣູນ (Cameroon)
ເກຣນາດາ (Grenada)
ອິນເດຍ (India)
ເຊເນການ (Senegal)
ນີ້ຄືໂອກາດສຳຄັນທີ່ນ້ອງໆ ນັກເຕະລາວຈະໄດ້ສະແດງຄວາມສາມາດ, ເກັບກ່ຽວປະສົບການ ແລະ ພິສູດສັກກະຍະພາບຂອງຕົນເອງໃນເວທີລະດັບນານາຊາດ.
ຂໍສົ່ງກຳລັງໃຈໃຫ້ຄະນະຄູຝຶກ ແລະ ນັກກິລາທຸກຄົນ ຂໍໃຫ້ເດີນທາງປອດໄພ, ລົງສະໜາມຢ່າງເຕັມທີ່ ແລະ ສ້າງຜົນງານທີ່ດີໃຫ້ກັບປະເທດລາວ!
ຄົນລາວຮ່ວມສົ່ງແຮງໃຈ ເຊຍທີມຊາດລາວ U15 ໄປນຳກັນ!
(ແຫຼ່ງຂ່າວ: ວຽງຈັນໃໝ່)
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່





