
ການປະທະກັນຂອງທະຫານຈີນ ແລະ ອິນເດຍ ຕາມແນວເຂດແດນ

ຈີນ–ອິນເດຍ ຜະເຊີນໜ້າທາງທະຫານຫຼາຍຈຸດຕາມແນວຊາຍແດນ, ອິນເດຍຢືນຢັນສະຖານະການຍັງເຄັ່ງຕຶງ, ຈີນໂຕ້ຕອບປະຕິບັດຕາມຂໍ້ຕົກລົງ ພ້ອມຢືນຢັນລາດຕະເວນປົກປ້ອງອະທິປະໄຕ
ວັນທີ 28 ຕຸລາ 2026 ມີລາຍງານຄວາມເຄັ່ງຕຶງຄັ້ງໃໝ່ບໍລິເວນຊາຍແດນຈີນ–ອິນເດຍ ຫຼັງຈາກເຈົ້າໜ້າທີ່ລະດັບສູງຂອງອິນເດຍຢືນຢັນວ່າ ກອງກຳລັງທັງສອງປະເທດຍັງຄົງຜະເຊີນໜ້າກັນຫຼາຍຈຸດໃນລັດອະລຸນາຈັນປະເທດ ທາງຕາເວັນອອກສຽງເໜືອຂອງອິນເດຍ.
ເມື່ອວັນທີ 22 ຕຸລາ, ທ່ານ ຊາຕຣູຈີດ ກາປູຣ໌ ຜູ້ອຳນວຍການສຳນັກງານຕຳຫຼວດຊາຍແດນອິນໂດ–ທິເບດ (ITBP) ເປີດເຜີຍວ່າ ການຜະເຊີນໜ້າກັບກອງກຳລັງຈີນຍັງດຳເນີນຢູ່ໃດຫຼາຍພື້ນທີ່ຕາມແນວຊາຍແດນພິພາດ.
ໜຶ່ງໃນພື້ນທີ່ເຄັ່ງຕຶງຄື ທັກຊິງ (Taksing) ເຂດອັບເປີຣ໌ສຸບັນສິຣີ ເຊິ່ງມີລາຍງານບັນຫາການລາດຕະເວນຂອງທະຫານທັງສອງປະເທດມາຕັ້ງແຕ່ເດືອນກໍລະກົດ.
ແຫຼ່ງຂ່າວຝ່າຍອິນເດຍກ່າວອ້າງວ່າ ທະຫານຈີນເຂົ້າມາຕັ້ງເຕັ້ນໃນພື້ນທີ່ເຊິ່ງອິນເດຍຖືວ່າຢູ່ພາຍໃນແນວຄວບຄຸມຂອງຕົນ ໂດຍບາງລາຍງານລະບຸໄລຍະທາງປະມານ 6–7 ກິໂລແມັດ ແຕ່ຍັງບໍ່ມີການຢືນຢັນຢ່າງເປັນເອກະລາດ.
ກະຊວງການຕ່າງປະເທດອິນເດຍລະບຸວ່າ ເຫດຜະເຊີນໜ້າຕາມແນວຊາຍແດນເກີດຂຶ້ນເມື່ອກອງກຳລັງຈີນບ່ຽງເບນຈາກຮູບແບບການລາດຕະເວນທີ່ເຄີຍປະຕິບັດ ພ້ອມທັງຢ້ຳວ່າການຮັກສາຄວາມສະຫງົບຕາມແນວຊາຍແດນເປັນພື້ນຖານສຳຄັນຂອງຄວາມສຳພັນລະຫວ່າງສອງປະເທດ.
ວັນທີ 26 ຕຸລາ, ທ່ານ ກົວ ເຈຍຄຸນ ໂຄສົກກະຊວງການຕ່າງປະເທດຈີນ ຕອບໂຕ້ວ່າ ຈີນປະຕິບັດຕາມຂໍ້ຕົກລົງ ແລະ ຄວາມເຂົ້າໃຈຮ່ວມກັນລະຫວ່າງສອງປະເທດຢ່າງເຄັ່ງຄັດມາໂດຍຕະຫຼອດ.
ຈີນຢືນຢັນວ່າການລາດຕະເວນ ແລະ ການບໍລິຫານຈັດການພື້ນທີ່ຊາຍແດນເປັນກິດຈະກຳຕາມປົກກະຕິ ມີເປົ້າໝາຍເພື່ອປົກປ້ອງອະທິປະໄຕເໜືອດິນແດນ ແລະ ຮັກສາສະຖຽນລະພາບຕາມແນວຊາຍແດນ.
ໂຄສົກຈີນລະບຸເພີ່ມເຕີມວ່າ ປັກກິ່ງ ແລະ ນິວເດລີ ຍັງຄົງຕິດຕໍ່ປະສານງານຜ່ານຊ່ອງທາງການທູດ ແລະ ການທະຫານ ພ້ອມທັງຮຽກຮ້ອງໃຫ້ອິນເດຍຮ່ວມປະຕິບັດຕາມຂໍ້ຕົກລົງ ແລະ ດຳເນີນມາດຕະການທີ່ເປັນຮູບປະທຳເພື່ອຮັກສາສັນຕິພາບໃນພື້ນທີ່.
ຄວາມເຄັ່ງຕຶງຄັ້ງນີ້ເກີດຂຶ້ນລະຫວ່າງຄວາມພະຍາຍາມຟື້ນຟູຄວາມສຳພັນທາງການທູດ ແລະ ເສດຖະກິດຂອງສອງມຫາອຳນາດອາຊີ ຫຼັງຈາກຄວາມຂັດແຍ້ງດ້ານຄວາມໝັ້ນຄົງດຳເນີນຕໍ່ເນື່ອງມາຫຼາຍປີ.
ຝ່າຍອິນເດຍຍັງເດີນໜ້າເພີ່ມຂີດຄວາມສາມາດຂອງກອງກຳລັງຊາຍແດນ ທັງໜ່ວຍປະຕິບັດການພິເສດ, ໂດຣນ, ລະບົບຕໍ່ຕ້ານໂດຣນ ແລະ ການຝຶກປະຕິບັດການໃນພື້ນທີ່ພູເຂົາສູງ ເພື່ອເພີ່ມຄວາມພ້ອມຮັບມືສະຖານະການ.
ຈີນ ແລະ ອິນເດຍ ມີແນວຊາຍແດນພິພາດຍາວປະມານ 3,488 ກິໂລແມັດ ໂດຍສະເພາະລັດອະລຸນາຈັນປະເທດ ເຊິ່ງຈີນອ້າງສິດເໜືອພື້ນທີ່ດັ່ງກ່າວ ແລະ ຮຽກວ່າ “ຈັ້ງໜານ” ຫຼື ທິເບດໃຕ້ ໃນຂະນະທີ່ອິນເດຍຢືນຢັນວ່າເປັນດິນແດນສ່ວນໜຶ່ງຂອງປະເທດ.
ຄວາມຂັດແຍ້ງເຄີຍນຳໄປສູ່ການປະທະກັນຢ່າງຮຸນແຮງບໍລິເວນຫຸບເຂົາກັລວານເມື່ອປີ 2020 ເຮັດໃຫ້ທະຫານອິນເດຍເສຍຊີວິດ 20 ນາຍ ໃນຂະນະທີ່ຈີນຢືນຢັນວ່າທະຫານຂອງຕົນເສຍຊີວິດ 4 ນາຍ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






