ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 11:20ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຕັດສິນປະຫານຊີວິດຊາຍສັນຊາດຫວຽດນາມຂໍ້ຫາ ຂົນສົ່ງຢາບ້າ 400,000 ເມັດ,ໃຊ້ເອກະສານປອມ

ໂດຍ kaling
· 41 ນາທີ ກ່ອນອ່ານ 1 ນາທີ0 ຄັ້ງ
863567851_1096178203411926_6394825662239986635_n
ADadvertisement
ADadvertisement
ADadvertisement

ວັນທີ 23 ຕຸລາ 2026 ສານປະຊາຊົນແຂວງອຸດົມໄຊ ໄດ້ຕັດສິນ ລົງໂທດປະຫານຊີວິດ ທ້າວ ວ່າງອາມິງ ຫລື ໄຖວ່າງ, ອາຍຸ 35 ປີ, ສັນຊາດຫວຽດນາມ, ຊົນເຜົ່າມົ້ງ, ອາຊີບປະຊາຊົນ, ບ້ານ ກ້າ ຮາວ, ເມືອງ ດຽນບຽນ, ສສ ຫວຽດນາມ, ປັດຈຸບັນຢູ່ ບ້ານ ປາງຫົກ, ເມືອງ ໃໝ່, ແຂວງ ຜົ້ງສາລີ ຖືກຫາວ່າ: ການຂົນສົ່ງຢາບ້າ, ມີຢາບ້າໄວ້ໃນຄອບຄອງ ແລະ ການນໍາໃຊ້ເອກະສານປອມ, ຖືກກັກຕົວ: ວັນທີ 4 ມິຖຸນາ

2025, ສານປະຊາຊົນແຂວງ ອຸດົມໄຊ ໄດ້ຕັດສິນແລ້ວ ຕາມຄໍາຕັດສິນ ເລກທີ 228/ຂຕ.ອ, ລົງວັນທີ 23 ຕຸລາ 2026. ລົງໂທດປະຫານຊີວິດ ທ້າວ ວ່າງອາມິງ ຫລື ໄຖວ່າງ (ຈໍາເລີຍ) ໃນຂໍ້ຫາ ການຂົນສົ່ງຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ແລະ ລົງໂທດຕັດອິດສະລະພາບທ້າວ ວ່າງອາມິງ ຫລື ໄຖວ່າງ (ຈໍາເລີຍ) ສາມເດືອນ ແລະ ປັບໃໝ 3,000,000 ກີບ ໃນຂໍ້ຫາ ການນໍາໃຊ້ເອກະສານປອມ ລວມໂທດ ປະຫານຊີວິດ, ຮີບຢາບ້າ ຈໍານວນ 200 ມັດ ມີ 400,000 ເມັດ ນໍ້າໜັກ 40 ກິໂລກຣາມ ຂອງທ້າວ ວ່າງອາມິງ ຫຼື ໄຖວ່າງ (ຈໍາເລີຍ) ແລະ ຮີບປື້ມສຳມະໂນຄົວປອມ ສະບັບ ເລກທີ 757, ລົງວັນທີ 13 ພະຈິກ 2015 ມາທໍາລາຍຖິ້ມ; ຮີບລົດ ຍີ່ຫໍ້ ໂຕໂຍຕ້າ ລີໂວ (TOYOTA REVO) ສີຂາວ ທະບຽນ ກຳແພງນະຄອນ ຂພ 3979 ເລກຈັກ 1GD1155985, ເລກຖັງ MROBA3CD400152015 ແລະ ຮີບໂທລະສັບ ມືຖື ຍີ່ຫໍ້ ໄອໂຟນ (IPHONE) 12 ສີຂາວ ໜຶ່ງເຄື່ອງທີ່ນໍາໃຊ້ ເຂົ້າໃນການກະທໍາຜິດ ມາເປັນຂອງລັດ; ຖ້າຝ່າຍໃດບໍ່ພໍໃຈຕໍ່ຄໍາຕັດສິນສະບັບນີ້ ມີສິດຂໍອຸທອນ ຫລື ສະເໜີຄັດ ຄ້ານໄດ້ ພາຍໃນກໍານົດ 20 ວັນ ນັບແຕ່ວັນລົງຄໍາຕັດສິນເປັນຕົ້ນໄປ.

ຂ່າວ: ສະຖານີວິທະຍຸ ແລະ ໂທລະພາບແຂວງອຸດົມໄຊ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່