ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24

ໂດຍ Mahaxan
· 14 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24
ADadvertisement
ADadvertisement
ADadvertisement
ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24

ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້,  ຂໍ້ມູນທີ່ເຜີຍແຜ່ ໂດຍທະນາຄານກາງຈີນ (PBOC) ລະບຸວ່າ ຄຳສຳຮອງ ຂອງ ຈີນ ເພີ່ມຂຶ້ນ 830.000 ອອນ ໃນເດືອນຕຸລາ ລວມມີ 78.30 ລ້ານອອນ ເມື່ອທ້າຍເດືອນຕຸລາ ຈາກ 77.47 ລ້ານອອນ ໃນເດືອນກັນຍາ ເຊິ່ງເປັນການ ເພີ່ມຄຳສຳຮອງ ຕິດຕໍ່ກັນ ເປັນເດືອນທີ 24.

ຖ້າຫາກ ພິຈາລະນາ ນັບແຕ່ ຕົ້ນປີ 2026, ທະນາຄານກາງ ຈີນ ໄດ້ເລັ່ງ ສະສົມຄຳ ໃນ ໄລຍະ 6 ເດືອນທ້າຍປີ ໂດຍມີ ຄຳສຳຮອງ ເພີ່ມຂຶ້ນຈາກ 74,19 ລ້ານອອນ ໃນເດືອນມັງກອນ ເປັນ 78,30 ລ້ານອອນສ ໃນທ້າຍເດືອນຕຸລາ ຫລື ເພີ່ມຂຶ້ນ 4,11 ລ້ານອອນ ກວມເອົາ ປະມານ 5,5%. ເຖິງແມ່ນວ່າ ການເພີ່ມຂຶ້ນຄຳສຳຮອງ ໃນແຕ່ລະເດືອນຕົ້ນປີທຳອິດ ເພີ່ມຂຶ້ນເລັກໜ້ອຍ, ແຕ່ການສະສົມຄຳ ເພີ່ມຂຶ້ນ ໃນໄລຍະ6 ເດືອນທ້າຍປີ, ໂດຍສະເພາະ ໃນໄລຍະ ເດືອນກໍລະກົດ-ຕຸລາ, ຈີນ ໄດ້ເພີ່ມຄຳສຳຮອງ ລວມມີ 2,22 ລ້ານອອນ ຫລື ຫລາຍກວ່າ ເຄິ່ງໜຶ່ງຂອງປະລິມານ ຄຳສຳຮອງ ທີ່ເພີ່ມຂຶ້ນ ທັງໝົດ ໃນປີນີ້./

 

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່