ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກຳປູເຈຍ ກວາດລ້າງແກັງຫລອກລວງອອນລາຍ 972 ແຫ່ງ

ໂດຍ Mahaxan
· 17 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ກຳປູເຈຍ ກວາດລ້າງແກັງຫລອກລວງອອນລາຍ 972 ແຫ່ງ
ADadvertisement
ADadvertisement
ADadvertisement
ກຳປູເຈຍ ກວາດລ້າງແກັງຫລອກລວງອອນລາຍ 972 ແຫ່ງ

ສຳນັກຂ່າວອິນໂຟເຄວສ: ເມື່ອບໍ່ດົນມານີ້, ທາງການ ກຳປູເຈຍ ເປີດເຜີຍ ຜົນການປາບປາມ ແກັງຫລອກລວງອອນລາຍ ໃນໄລຍະເດືອນກໍລະກົດ 2025 ເຖິງ ຕຸລາ 2026 ໂດຍສາມາດ ກວາດລ້າງ ສະຖານທີ່ຕັ້ງເຄືອຂ່າຍ ຫລອກລວງໄດ້ 972 ແຫ່ງ ແລະ ສົ່ງຊາວຕ່າງປະເທດກັບຄືນປະເທດແລ້ວ  ຈຳນວນ 23,760 ຄົນ ຕາມຖະແຫລງການ ຂອງ ຄະນະກຳມະການປາບປາມ ການຫລອກລວງ ອອນລາຍ.

ພາຍໃຕ້ການປະຕິບັດການ ດັ່ງກ່າວ, ທາງການ ກຳປູເຈຍ ໄດ້ຖອນ ໃບອະນຸຍາດ ປະກອບ ກິດຈະການກາຊີໂນ 18 ແຫ່ງ ແລະ ຢຸດຕິໃບອະນຸຍາດ ອີກ 10 ແຫ່ງ.ນອກຈາກນີ້, ຍັງໄດ້ດຳເນີນ ຄະດີ ກັບ ຜູ້ຕ້ອງສົງໄສ ຈຳນວນ 5.032 ຄົນ ເຊິ່ງຖືກ ຕັ້ງຂໍ້ຫາ ແລະ ຄວບຄຸມຕົວ ລະຫວ່າງ ລໍຖ້າ ການພິຈາລະນາຄະດີ.

ສ່ວນຝ່າຍ ດຳເນີນການ ກ່ຽວກັບ ຊັບສິນທີ່ກ່ຽວຂ້ອງ, ໜ່ວຍງານ ບັງຄັບໃຊ້ ກົດໝາຍ ໄດ້ອາຍັດເງິນໃນບັນຊີທະນາຄານ ລວມມີ ມູນຄ່າ ຫລາຍກວ່າ 300 ລ້ານໂດລາ ສະຫະລັດ ລວມທັງ ຊັບສິນ ປະເພດ ອະສັງຫາ ລິມະຊັບ ອີກຫລາຍຮ້ອຍລ້ານ ໂດລາ ສະຫະລັດ ໂດຍຊັບສິນ ທັງໝົດ ພວມຢູ່ໃນຂະບວນການ ທາງກົດໝາຍ ເພື່ອຢຶດເປັນຂອງລັດ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່