
ສຸດປະທັບໃຈ! ຢູທູບເບີຊື່ດັງຄົນອາເຊີໄບຈານ ມອບເງິນສະໜັບສະໜູນແມ່ຄ້າທ້ອງຖິ່ນຢູ່ຫຼວງພະບາງ 224 ໂດລາ

ກາຍເປັນເລື່ອງລາວທີ່ສ້າງຮອຍຍິ້ມ ແລະ ຄວາມປະທັບໃຈໃຫ້ກັບຊາວເນັດທັງໃນລາວ ແລະ ຕ່າງປະເທດ ຫຼັງຈາກ ດາວຸດ ອັກຮຸນຊາດາ (Davud Akhundzada) ຢູທູບເບີ ແລະ ບລັອກເກີສາຍທ່ອງທ່ຽວຊື່ດັງຄົນອາເຊີໄບຈານ ທີ່ມີຜູ້ຕິດຕາມຫຼາຍລ້ານຄົນ ໄດ້ເຜີຍແຜ່ຄລິບວິດີໂອໃນລະຫວ່າງການເດີນທາງມາທ່ອງທ່ຽວທີ່ແຂວງຫຼວງພະບາງ ປະເທດລາວ.
ໃນຄລິບດັ່ງກ່າວທີ່ມີຊື່ວ່າ “Supporting Local Business – $224 Donation To A Local Lao Vendor In Luang Prabang, Laos”, ດາວຸດ ໄດ້ສະແດງໃຫ້ເຫັນເຖິງວິຖີຊີວິດ ແລະ ຄວາມເປັນກັນເອງຂອງຄົນທ້ອງຖິ່ນ ພ້ອມທັງໄດ້ມອບເງິນສະໜັບສະໜູນຈຳນວນ 224 ໂດລາສະຫະລັດ (ຫຼື ປະມານ 4,800,000 – 5,000,000 ກີບ) ໃຫ້ກັບພໍ່ຄ້າແມ່ຄ້າລາຍຍ່ອຍໃນທ້ອງຖິ່ນ ເພື່ອເປັນການຊ່ວຍເຫຼືອ ແລະ ສົ່ງເສີມທຸລະກິດຂະໜາດນ້ອຍຂອງຊາວບ້ານ
ການກະທຳດັ່ງກ່າວໄດ້ຮັບສຽງຊື່ນຊົມຢ່າງຫຼວງຫຼາຍຈາກຜູ້ຕິດຕາມທົ່ວໂລກ ໂດຍສະເພາະຊາວລາວທີ່ເຂົ້າມາສະແດງຄວາມຄິດເຫັນຂອບໃຈໃນຄວາມມີນ້ຳໃຈ ແລະ ການຊ່ວຍເຜີຍແຜ່ພາບພົດທີ່ສວຍງາມ, ອົບອຸ່ນ ຂອງການທ່ອງທ່ຽວໃນເມືອງມໍລະດົກໂລກຫຼວງພະບາງ ໃຫ້ຊາວຕ່າງຊາດໄດ້ຮູ້ຈັກຫຼາຍຂຶ້ນ.
ທີ່ມາ: Davud Akhundzadaื
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







