
ຄະນະຜູ້ແທນກະຊວງສາທາລະນະສຸກເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026

ກອງປະຊຸມການແພດພື້ນເມືອງໂລກ ຄັ້ງນີ້ ໄດ້ກຳນົດຫົວຂໍ້: “ການສ້າງຄວາມເຂັ້ມແຂງດ້ານເຕັກໂນໂລຊີ ແລະ ການພັດທະນາແບບປະສົມປະສານຂອງການແພດ-ການຢາພື້ນເມືອງສຳລັບທຸກຄົນ” ຊຶ່ງມີຈຸດປະສົງ ເພື່ອເປັນເວທີການແລກປ່ຽນບົດຮຽນຂອງແຕ່ລະປະເທດ, ການຈັດຕັ້ງປະຕິບັດຍຸດທະສາດການແພດ-ການຢາພື້ນເມືອງ ໂດຍຜັນຂະຫຍາຍຕາມຍຸດທະສາດຂອງອົງການອະນາໄມໂລກໃນວຽກດັ່ງກ່າວ ແຕ່ປີ 2025-2034 ໂດຍການສົ່ງເສີມ ແລະ ນຳໃຊ້ຄຸນຄ່າຂອງການແພດ-ການຢາພື້ນເມືອງຢ່າງເຕັມສ່ວນ ແລະ ເຊື່ອມສານການບໍລິການເຂົ້າໃນລະບົບສາທາລະນະສຸກແຕ່ລະປະເທດ ທັງເປັນການຊຸກຍູ້ທ່າແຮງດ້ານການແພດ-ການຢາພື້ນເມືອງ ປະກອບເຂົ້າໃນການປ້ອງກັນ ແລະ ຮັກສາສຸຂະພາບຂອງປະຊາຊົນໃນທົ່ວໂລກ ຍົກຄຸນນະພາບຊີວິດໃຫ້ດີຂຶ້ນ ເພື່ອບັນລຸຄາດໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດໃນປີ 2030.
ໂອກາດນີ້, ຄະນະຜູ້ແທນກະຊວງສາທາລະນະສຸກ ສປປ ລາວ ໄດ້ມີຄຳເຫັນແລກປ່ຽນບົດຮຽນໃນຫົວຂໍ້: ການເຊື່ອມສານການບໍລິການການແພດ-ການຢາພື້ນເມືອງເຂົ້າໃນລະບົບການບໍລິການສຸຂະພາບຂັ້ນຕົ້ນຢູ່ ສປປ ລາວ. ພ້ອມທັງເຂົ້າຮ່ວມການສົນທະນາໂຕະມົນຂັ້ນລັດຖະມົນຕີກະຊວງສາທາລະນະສຸກ ແລະ ກອງປະຊຸມໂຕະມົນ ໜຶ່ງແລວ ໜຶ່ງເສັ້ນທາງ ໃນດ້ານວຽກງານການແພດ-ການຢາພື້ນເມືອງ ຊຶ່ງເປັນການຍົກບົດບາດຂອງການພັດທະນາວຽກງານສາທາລະນະສຸກຂອງ ສປປ ລາວ ໃນກອງປະຊຸມວິຊາການລະດັບສາກົນໃຫ້ໄດ້ຮັບຮູ້.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້





