ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 05:30ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຫາລືຮ່າງຍຸດທະສາດສຸຂະພາບປະຊາກອນເຄື່ອນຍ້າຍ

ໂດຍ Mahaxan
· 51 ນາທີ ກ່ອນອ່ານ 1 ນາທີ0 ຄັ້ງ
no-name-3
ADadvertisement
ADadvertisement
ADadvertisement

ໂດຍການເປັນປະທານຂອງທ່ານວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍຄະນະພະແນກສາທາລະນະສຸກແຂວງ, ໝໍ, ພະຍາບານ, 7 ໂຮງໝໍສູນກາງ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເປັນກອງປະຊຸມຄະນະປະສານງານຊີ້ນຳວິຊາການສຳລັບໂຄງການຮັກສາສຸຂະພາບເຂດຊາຍແດນຮ່ວມກັບປະເທດອະນຸພາກພື້ນແມ່ນໍ້າຂອງ ເພື່ອສະເໜີ ແລະ ແນະນຳຄູ່ມືສຳລັບຈັດຕັ້ງປະຕິບັດກິດຈະກຳທົດລອງ, ການຈັດຕັ້ງໜ່ວຍບໍລິການ ແລະ ໃຫ້ຄຳປຶກສາສຸຂະພາບແຮງງານຢູ່ໂຮງໝໍແຂວງ ແລະ ການກຳນົດເງື່ອນໄຂມາດຕະຖານສຳລັບສະຖານທີ່ເຮັດວຽກທີ່ດີຕໍ່ສຸຂະພາບຢູ່ເຂດເສດຖະກິດພິເສດ, ບັນດາແຂວງເປົ້າໝາຍ ຊຶ່ງວຽກງານດັ່ງກ່າວ, ມີຄວາມສຳຄັນທີ່ກຳລັງລິເລີ່ມຈັດຕັ້ງປະຕິບັດດຳເນີນງານໄປຄຽງຄູ່ກັບການພັດທະນາຍຸດທະສາດສຸຂະພາບປະຊາກອນເຄື່ອນຍ້າຍຂອງ ສປປ ລາວ ພາຍໃຕ້ການຊີ້ນຳຂອງຫ້ອງການກະຊວງ ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີໃນໂຄງການຮັກສາສຸຂະພາບຮ່ວມຊາຍແດນຮ່ວມກັບປະເທດລຸ່ມແມ່ນໍ້າຂອງ.

ກອງປະຊຸມດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນໃສ່ຄູ່ມືແນະນຳສຳລັບຈັດຕັ້ງປະຕິບັດເປັນຕົ້ນແມ່ນໜ່ວຍບໍລິການ ແລະ ໃຫ້ຄຳປຶກສາສຸຂະພາບແຮງງານຢູ່ບັນດາໂຮງໝໍແຂວງ ເພື່ອເພີ່ມການເຂົ້າເຖິງສຸຂະພາບແຮງງານ ກໍຄືປະຊາກອນເຄື່ອນຍ້າຍລວມທັງຜູ້ທີ່ຖືກເຄາະຮ້າຍຈາກການເຄື່ອນຍ້າຍ ແລະ ການຄ້າມະນຸດ; ຄູ່ມືແນະນຳການຈັດຕັ້ງປະຕິບັດເງື່ອນໄຂມາດຕະຖານຂອງສະຖານທີ່ເຮັດວຽກທີ່ດີຕໍ່ສຸຂະພາບຢູ່ເຂດເສດຖະກິດພິເສດ ເພື່ອຊຸກຍູ້ສົ່ງເສີມການເຂົ້າເຖິງບໍລິການຂັ້ນພື້ນຖານ ແລະ ຄວາມປອດໄພຂອງແຮງງານ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່