ລະດັບຫລຸດການປ່ອຍກາກບອນ ອຸດສາຫະກຳຂອງ ສປ ຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

ວິທະຍຸ ໂທລະພາບ ສູນກາງຈີນ, ປີນີ້, ສປ ຈີນ ລິເລີ່ມການສ້າງ ໂຮງງານປອດການປ່ອຍ ກາກບອນ ລະດັບຊາດ, ເຕັກໂນໂລຊີໃໝ່ ໃນການຫລຸດ ການປ່ອຍ ກາກບອນໃນຂົງເຂດ ອຸດສາຫະກຳຊຸດໜຶ່ງ ໄດ້ຖືກນຳໃຊ້ຢ່າງວ່ອງໄວເຊິ່ງໄດ້ຊຸກຍູ້ ໃຫ້ລະດັບຫລຸດ ການປ່ອຍກາກບອນ ທາງອຸດສາຫະກຳຂອງ ສປ ຈີນ ໄດ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ:ນັບແຕ່ຕົ້ນປີນີ້ ເປັນຕົ້ນມາ, ຈີນໄດ້ບຳລຸງສ້າງໂຮງງານ ສີຂຽວໃໝ່ 2.038 ແຫ່ງ ແລະ ເຂດນິຄົມອຸດສາຫະກຳ ສີຂຽວ 128 ແຫ່ງ, ມູນຄ່າການຜະລິດ ຂອງໂຮງງານສີຂຽວ ລະດັບຊາດ ກວມເອົາ ລວມຍອດຜະລິດຕະພັນ ອຸດສາຫະກຳ ຂະໜາດໃຫຍ່ ເພີ່ມຂຶ້ນເຖິງ 20%.ໃນ 3 ໄຕມາດຕົ້ນປີນີ້, ການສິ້ນເປືອງພະລັງງານ ທີ່ເພີ່ມໃໝ່ຕໍ່ຫົວໜ່ວຍການຜະລິດ ອຸດສາຫະກຳຂະໜາດໃຫຍ່ຂອງ ສປ ຈີນ ໄດ້ຫລຸດລົງ 4,3%. ໃນໄລຍະປະຕິບັດ “ແຜນພັດທະນາ 5 ປີຄັ້ງທີ 15” ຂອງ ສປ ຈີນ.ສປ ຈີນ ຈະສ້າງໂຮງງານປອດການປ່ອຍກາກບອນ ແລະສິ່ງກໍ່ສ້າງພະລັງປະມວນຜົນ ປອດການປ່ອຍກາກບອນ ລະດັບຊາດ ປະມານ 500 ແຫ່ງ, ປະລິມານການປ່ອຍກາກບອນ ທີ່ເພີ່ມໃໝ່ຕໍ່ຫົວໜ່ວຍການຜະລິດອຸດສາຫະກຳ ຂະໜາດໃຫຍ່ ຈະຫລຸດລົງ 17% ຂຶ້ນໄປເມື່ອທຽບໃສ່ປີ 2025./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






