ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 20:24ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເປີດຄ້າຍຝຶກອົບຮົມການບົ່ມເພາະ ທຸລະກິດ ເລີ່ມຕົ້ນດ້ວຍ ປັນຍາປະດິດ+ ສຳລັບ ນັກສຶກສາ ຈາກອາຊຽນ

ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ0 ຄັ້ງ
1793083279402_593
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 26 ຕຸ​ລາ​ນີ້, ​ພິ​ທີ​ເປີດຄ້າຍ ​ຝຶກ​ອົບ​ຮົມ​ ການບົ່ມ​ເພາະ​ ທຸ​ລະ​ກິດ ​ໄດ້​ເລີ່ມ​ຕົ້ນ ​ດ້ວຍປັນ​ຍາ​ປະ​ດິດ+ສຳ​ລັບ ນັກ​ສຶກ​ສາ​ ຈາກ​ບັນ​ດາ​ປະ​ເທດ ​ສະ​ມາ​ຊິກ​ ອາ​ຊຽນ​ ໄດ້​ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ໜານ​ໜິງ ​ເຂດກວາງ​ຊີ​ ຂອງ ສປ ຈີນໂດຍ​ມີ​​ ສຳ​ມະ​ນາ​ກອນ 30 ຄົນ​ຈາກ​ ສປປ ລາວ, ສສ ຫວຽດ​ນາມ ແລະໄທ ​​ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບ​ຮົມ ​ເຕັກ​ໂນ​ໂລ​ຊີ​ ປັນ​ຍາ​ປະ​ດິດ ແລະພຶດ​ຕິ​ກຳ​ ການ​ບົ່ມ​ເພາະ​ ທຸ​ລະ​ກິດ ​ເລີ່ມ​ຕົ້ນ. ຈຸດ​ປະ​ສົງ​ ການ​ເປີດ​ຄ້າຍ​ຄັ້ງ​ນີ້ ​ແມ່ນ​ອີງ​ໃສ່​ທ່າ​ແຮງ ​ດ້ານ​ເຕັກ​ໂນ​ໂລ​ຊີ AI ຂອງ ສປ ​ຈີນ ແລະ ​ປະ​ສານ​ສົມ​ທົບ​ກັບ ​ທ່າ​ແຮງ​ດ້ານ​ພາ​ສາ, ວັດ​ທະ​ນະ​​ທຳແລະ ຊ່ອງ​ທາງ​ຂອງ​ນັກ​ສຶກ​ສາ ​ຈາກ​ບັນ​ດາ​ປະ​ເທດ ​ສະ​ມ​າ​ຊິກ ​ອາ​ຊຽນເພື່ອ​ບຳ​ລຸງ​ສ້າງ​ ຊາວ​ໜຸ່ມ​ ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາ​ດ​ ດີ​ຈີ​ຕອນ​ທີ່​ຮູ້​ດີ​​ທັງ​ຕະຫລາດ​ຈີນ ແລະ ອາ​ຊຽນ ແລະສ້າງ​ຂົວ​ແຫ່ງ​ການ​ພັດ​ທະ​ນາ​ ແບບ​ເຊື່ອມ​ໂຍງ​ເຂົ້າ​ກັນ​ ລະ​ຫວ່າງ ​ເສດ​ຖະ​ກິດ ​ດີ​ຈີ​ຕອນ​ຈີນ-ອາ​ຊຽນ.ໃນ​ໄລ​ຍະ​ຝຶກ​ອົບ​ຮົມ, ​ສຳ​ມະ​ນາ​ກອນ​​ ທັງຫລາຍ ຈະ​ໄປ​ຢ້ຽມ​ຢາມ​ ສູນ​ກາ​ນ​ຮ່ວມ​ມື​ ດ້ານ​ການ​ປະ​ຍຸກ​ ໃຊ້​ປັນ​ຍາ​ປະ​ດິດ​ແຫ່ງ​ຊາດ ​ຈີນ-ອາ​ຊຽນ, ວິ​ສາ​ຫະ​ກິດ​ສຳ​ຄັນ ທີ່ອ​ວ່າຍ​ໜ້າ​​ສູ່ ​ຕ່າງ​ປະ​ເທດ ແລະເຂດ​​ນິ​ຄົມ ​ອຸດ​ສາ​ຫະ​ກຳ​ ຂ້າມ​ຊາດ ​ຢູ່ນະ​ຄອນ​ໜານ​ໜິງເພື່ອສຳຫລວດ​ຄົ້ນ​ຄວ້າ​ ການ​ປະ​ຍຸກ​ໃຊ້ ​ເຕັກ​ໂນ​ໂລ​ຊີ AI ຂ້າ​ມ​ຊາດ, ການ​ຜະ​ລິດ​ເນື້ອ​ໃນ ​ທີ່​ມີຫລາຍ​ພາ​ສາ ແລະ ອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່