ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 20:24ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະທານສະພາແຫ່ງຊາດ ແລະ ອາດີດຮອງປະທານປະເທດ ຮ່ວມໃສ່ຍາດໂອກາດບຸນອອກພັນສາທີ່ນະຄອນປາກເຊ

ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ0 ຄັ້ງ
a9r1fb7-1
ADadvertisement
ADadvertisement
ADadvertisement

ໃນພິທີເຂົ້າຮ່ວມເປັນປະທານຝ່າຍສົງມີພະອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງ ຈຳປາສັກ ພ້ອມດ້ວຍພະເຖລານຸເຖລະ ເຂົ້າຮ່ວມ. ການທຳບຸນໃສ່ບາດຄັ້ງນີ້, ເປັນການສືບທອດຮີດຄອງປະເພນີບຸນອອກພັນສາປະວໍຣະນາ ກໍຄືວັດທະນະທຳອັນດີງາມຂອງຊາດທ່ີຄົນລາວຊາວພຸດສືບທອດຈັດຕັ້ງ ປະຕິບັດມາແຕ່ບູຮານນະການໃຫ້ຍືນຍົງຄົງຢູ່ຄຽງຄູ່ກັບຄົນລາວຕະຫລອດໄປ ໂດຍໄດ້ມີການໃສ່ບາດ, ຖວາຍທານ ແລະ ຢາດນ້ໍາເພ່ືອອຸທິດສ່ວນບຸນກຸສົນໃຫ້ແກ່ບັນພະບູລຸດ ຜູ້ທີ່ລ່ວງລັບໄປແລ້ວ ແລະ ເປັນສີລິມຸງຄຸນໃຫ້ແກ່ຕົນເອງ-ຄອບຄົວໃຫ້ຢູ່ເຢັນເປັນສຸກ, ທັງເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງຊາດອີກດ້ວຍ.

    ຕອນທ້າຍພິທີ, ພະອາຈານມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສຳພັນລາວແຂວງ ກໍໄດ້ເທສະໜາໃຫ້ອອກຕົນຍາດໂຍມໃຫ້ຍຶດໝັ້ນໃນການທຳຄວາມດີ, ມີຄວາມສາມັກຄີເປັນປຶກແຜ່ນ, ພ້ອມກັນຮັກສາສິນ, ຮັກສາກາຍວາຈາ ແລະ ເຮືອນຊານບ້ານຊ່ອງຂອງຕົນໃຫ້ມີຄວາມສະອາດສວຍງາມ ໂດຍສະເພາະແມ່ນໃຫ້ເອົາໃຈໃສ່ຮັກສາອະນາໃນໄລຍະບຸນອອກພັນສາ ແລະ ຊ່ວງເຮືອປະເພນີປະຈໍາ 2026 ຢູ່ນະຄອນປາກເຊ. ນອກນີ້, ກໍໃຫ້ປະພຶດປະຕິບັດຕົນໃຫ້ສອດຄ່ອງຕາມທຳນອງຄອງທຳ ແລະ ລະບຽບກົດໝາຍບ້ານເມືອງ.

      ຂ່າວ-ພາບ: ທູນທອງໃຈ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່