
ຜົນກໍາໄລ ອຸດສາຫະກໍາ ຂະໜາດໃຫຍ່ຂອງ ສປ ຈີນ ຮັກສາຈັງຫວະ ການເຕີບໂຕອ່າວໄວ

ວິທະຍຸ ໂທລະພາບ ສູນກາງຈີນ, ອີງຕາມຂໍ້ມູນ ທີ່ອົງການສະຖິຕິແຫ່ງຊາດຈີນ ເປີດເຜີຍ ໃນວັນທີ 27 ຕຸລານີ້ສະແດງໃຫ້ເຫັນວ່າ:ການພັດທະນາ ເສດຖະກິດ ດ້ານອຸດສາຫະກໍາ ທີ່ມີຄຸນນະພາບ ສູງຂອງ ສປ ຈີນ ໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ, ນັບແຕ່ເດືອນມັງກອນ ຫາເດືອນກັນຍາປີນີ້, ອຸດສາຫະກໍາຂະໜາດໃຫຍ່ຂອງ ສປ ຈີນ ມີຜົນກໍາໄລເຖິງ 6.033 ຕື້ກວ່າຢວນ, ເພີ່ມຂຶ້ນ 15,5% ເມື່ອ ທຽບໃສ່ໄລຍະດຽວກັນຂອງປີກາຍ.ພະລັງງານໃໝ່ ມີບົດບາດນໍາໜ້າພົ້ນເດັ່ນກວ່າເກົ່າ ຕໍ່ປະສິດທິຜົນຂອງວິສາຫະກິດ ອຸດສາຫະກໍາ. 3 ໄຕມາດຕົ້ນປີນີ້, ຜົນກໍາໄລ ຂອງອຸດສາຫະກໍາເຕັກໂນໂລຊີ ທັນສະ ໄໝ ຂະໜາດໃຫຍ່ຂອງ ສປ ຈີນ ເພີ່ມຂຶ້ນ 52% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ ແລະ ກວມເອົາຫລາຍກວ່າ 25% ຂອງຜົນກໍາໄລທັງໝົດ ຈາກວິສາຫະກິດ ອຸດສາຫະກໍາຂະໜາດໃຫຍ່.ຂະນະທີ່ ອຸດສາຫະກໍາເອເລັກໂຕຣນິກ ໄດ້ປະກອບສ່ວນ ຢ່າງພົ້ນເດັ່ນ ຕໍ່ການເຕີບໂຕຜົນກໍາໄລ, ສັງເກດໄດ້ຈາກຜົນກໍາໄລຂອງອຸດສາຫະກໍາດັ່ງກ່າວ ໄດ້ເພີ່ມຂຶ້ນ 1 ເທົ່າເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ ແລະກາຍເປັນສິ່ງຄໍ້າປະກັນສໍາຄັນເຮັດໃຫ້ຜົນກໍາໄລ ຂອງວິສາຫະກິດອຸດສາຫະກໍາຂະໜາດໃຫຍ່ ຮັກສາຈັງຫວະການເຕີບໂຕອ່າວໄວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






