ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 23:39ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຕະຫຼາດສົດໂນນຄໍ້ ກຽມພ້ອມຮອບດ້ານສະໜອງສິນຄ້າໃນໄລຍະບຸນອອກພັນສາ ປະຈຳປີ 2026

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
no-name-2
ADadvertisement
ADadvertisement
ADadvertisement

ທ່ານ ວຽງຄຳ ລໍວັນໄຊ ຫົວໜ້າຈັດສັນຕະຫຼາດສົດໂນນຄໍ້ ໄດ້ໃຫ້ຮູ້ວ່າ: ໃນໄລຍະບຸນອອກພັນສາ ປະຈຳປີ 2026 ນີ້, ຕະຫຼາດໄດ້ກະກຽມສິນຄ້າເຄື່ອງອຸປະໂພກ-ບໍລິໂພກຫຼາຍປະເພດ ໃຫ້ມີປະລິມານພຽງພໍຮອງຮັບຄວາມຕ້ອງການຂອງປະຊາຊົນທີ່ຈະຈັບຈ່າຍຊື້-ຂາຍສິນຄ້າ ເພື່ອກະກຽມອາຫານການກິນ ແລະ ຮ່ວມກິດຈະກຳບຸນປະເພນີຕາມຮີດຄອງປະເພນີລາວ. ພ້ອມນີ້, ຕະຫຼາດຍັງໄດ້ວາງມາດຕະການຄຸ້ມຄອງລາຄາສິນຄ້າຢ່າງເຂັ້ມງວດ ໂດຍຫ້າມຜູ້ຄ້າຂາຍສວຍໂອກາດຂຶ້ນລາຄາ ຫຼື ກັກຕຸນສິນຄ້າຕາມອຳເພີໃຈ, ພ້ອມກຳນົດໃຫ້ຜູ້ຄ້າຂາຍຕິດປ້າຍລາຄາສິນຄ້າໃຫ້ຊັດເຈນ ເພື່ອໃຫ້ຜູ້ບໍລິໂພກສາມາດກວດສອບລາຄາໄດ້ ແລະ ໄດ້ຮັບຄວາມເປັນທຳໃນການຊື້-ຂາຍ, ພ້ອມທັງວາງມາດຕະການຢ່າງເຂັ້ມງວດ ໂດຍຫ້າມຊາວຄ້າຂາຍນຳເອົາວັດຖຸລະເບີດ ແລະ ອຸປະກອນຈຸດລະເບີດທຸກປະເພດ ເຊັ່ນ: ບັ້ງໄຟດອກ, ບັ້ງພຸ, ກະໂພດ ແລະ ອື່ນໆ ມາວາງຈຳໜ່າຍພາຍໃນບໍລິເວນຕະຫຼາດໂດຍເດັດຂາດ. ຖ້າກວດພົບຜູ້ຄ້າຂາຍລະເມີດຂໍ້ຫ້າມດັ່ງກ່າວ ຈະຖືກດຳເນີນການຕາມລະບຽບການທີ່ກ່ຽວຂ້ອງຢ່າງເຄັ່ງຄັດ.

ສຳລັບສິນຄ້າທີ່ໄດ້ຂາຍດີໃນໄລຍະບຸນອອກພັນສານີ້ ແມ່ນສິນຄ້າປະເພດເຄື່ອງເຮັດກິດຈະກຳທາງສາສະໜາ ເຊັ່ນ: ທູບ, ທຽນ, ເຄື່ອງສັງຄະທານ, ລວມທັງເຂົ້າປຸ້ນ, ຊີ້ນ, ປາ, ຜັກ ແລະ ອື່ນໆ.

ຕະຫຼາດສົດໂນນຄໍ້ ເປີດໃຫ້ບໍລິການທຸກວັນ ເລີ່ມແຕ່ເວລາ 5:00-18:30 ໂມງ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນໃນການຈັບຈ່າຍຊື້-ຂາຍສິນຄ້າ ໃນໄລຍະບຸນອອກພັນສາໃຫ້ເປັນໄປຢ່າງສະດວກ ແລະ ຮຽບຮ້ອຍ.

ຂ່າວ-ພາບ: ທະນູທອງ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່