ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 12:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ວາງສີລາລືກໂຮງງານຜະລິດຈັກຊັກເຄື່ອງ ແຮເອີ ຢູ່ໄທ

ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
images
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ,ເມື່ອບໍ່ດົນມານີ້ ພິ​ທີວາງ​ສີ​ລາ​ລຶກ ​ໂຮງ​ງານຈັກ​ຊັກ​ເຄື່ອງ ຂອງ​ບໍ​ລິ​ສັດ​ແຮ​ເອີ (Haier)ໄດ້​ຈັດ​ຂຶ້ນ ​ຢູ່ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ WHA ESIE 5 ​ແຂວງ​ຣະຢອງຂອງ​ ປະ​ເທດ​ໄທໂດຍ​ມີ ​ຜູ້​ຕາງ​ໜ້າ​ອຳ​ນາດ​ການ​ປົກ​ຄອງ​ ແຂວງ​ຣະ​ຢອງ ແລະຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັັ້ງ​ຈີນ ​ປະ​ຈຳ​ໄທ​ ເຂົ້າ​ຮ່ວມ.ໃນ​ຖາ​ນະ ​ເປັນ​ໂຮງ​ງານ​ຜະ​ລິດ​​ຈັກ​ຊັກ​ເຄື່ອງ ອັດ​ສະ​ລິ​ຍະ​ຂະ​ໜາດ​ໃຫຍ່​ທີ່​ສຸດ ​ຢູ່​ຕ່າງ​ປະ​ເທດ ​ຂອງ​ບໍ​ລິ​ສັດ Haier, ໂຮງ​ງານ​ໃໝ່​ແຫ່ງ​ນີ້​ ໄດ້​ນຳ​ໃຊ້​ເນື້ອ​ທີ່​ ປະ​ມານ 12 ເຮັກ​ຕາ, ສາ​ມາດ​ຜະ​ລິດ ​ຈັກ​ຊັກ​ເຄື່ອງ​ໄດ້​ເຖິງ 3 ລ້ານ​ເຄື່ອງ​ຕໍ່​ປີ, ຍອດ​ການ​ລົງ​ທຶນ​ໄລ​ຍະ 1 ມີ​ເຖິງ 150 ລ້ານ​ໂດ​ລາ ແລະ ສາ​ມາດ​ຜະ​ລິດ​ໄດ້ 1 ລ້ານ​ເຄື່ອງ​ຕໍ່​ປີ. ໂຮງ​ງານ​ດັ່ງ​ກ່າວ​ ຈະ​ກວມ​ເອົາການ​ຄົ້ນ​ຄວ້າ​, ການ​ຜະ​ລິດ ແລະ ການ​ຈຳ​ໜ່າຍໂດຍ​ຈະ​ສຸມ​ໃສ່​ ການ​ຜະ​ລິດ​ ຈັກ​ຊັກ​ເຄື່ອງ ​ຂັ້ນ​ສູງ​ຢູ່​ໄທ. ຕາມ​ຂ່າວ​ແຈ້ງວ່າ: ພາຍຫລັງ​ ໂຄງ​ການ​ສ້າງ​ສຳ​ເລັດ​ແລ້ວ, ຈະ​ສ້າງ​ວຽກ​ເຮັດ ​ງານ​ທຳ​ ພັນ​ກວ່າ​ຕຳ​ແໜ່ງ​ ໃຫ້​ແກ່ ​ປະ​ຊາ​ຊົນ​ທ້ອງ​ຖິ່ນ, ນຳ​ພາ​ການ​ພັດ​ທະ​ນາ ​ຕ່ອງ​ໂສ້​ ອຸດ​ສາ​ຫະ​ກຳ ​ຕົ້ນ​ນ້ຳ-ປາຍ​ນ້ຳ ແລະສ້າງ​ເປັນ​ແບບ​ຢ່າງ ​ແຫ່ງ​ການ​ຮ່ວມ​ມື ​ດ້ານ​ອຸດ​ສາ​ຫະ​ກຳ​ຈີນ ແລະ ໄທ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່