ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 11:24ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຕືອນໄພ! ຍິງສາວຖືກລ້ວງກະເປົາກາງງານບຸນພະທາດຫຼວງ ເສຍຄຳຮູບປະພັນ ໜັກ 5 ບາດ!

ໂດຍ Jenjila
· 26 ນາທີ ກ່ອນອ່ານ 1 ນາທີ2 ຄັ້ງ
ເຕືອນໄພ! ຍິງສາວຖືກລ້ວງກະເປົາກາງງານບຸນພະທາດຫຼວງ ເສຍຄຳຮູບປະພັນ ໜັກ 5 ບາດ!
ADadvertisement
ADadvertisement
ADadvertisement

ນະຄອນຫຼວງວຽງຈັນ ໃນຄືນວັນທີ 21 ພະຈິກ 2026 ທີ່ຜ່ານມາ: ເຈົ້າໜ້າທີ່ໄດ້ຮັບການແຈ້ງຄວາມຈາກຜູ້ເສຍຫາຍທີ່ມາທ່ຽວງານບຸນນະມັດສະການພຣະທາດຫຼວງວຽງຈັນ ຕໍ່ກັບເຫດການ ຄຳຮູບປະພັນ ຈຳນວນ 5 ບາດ ໄດ້ສູນຫາຍໄປ; ເນື່ອງຈາກຖືກກຸ່ມຄົນບໍ່ດີສວຍໂອກາດໃນໄລຍະເວລາທີ່ມີຄົນແອອັດ ລົງມືລ້ວງກະເປົາລັກເອົາໄປ ແລະ ຍັງມີກໍລະນີໂທລະສັບມືຖືຕົກເຮຍເສຍຫາຍອີກ 1 ໜ່ວຍ.

ເຕືອນໄພ! ຍິງສາວຖືກລ້ວງກະເປົາກາງງານບຸນພະທາດຫຼວງ ເສຍຄຳຮູບປະພັນ ໜັກ 5 ບາດ!

ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍຮຽກຮ້ອງມາຍັງທຸກທ່ານ ຈົ່ງເພີ່ມທະວີຄວາມລະມັດລະວັງ ດັ່ງນີ້:

  • ຫຼີກເວັ້ນການນຳເອົາເງິນສົດ ຄຳ ຫຼື ເຄື່ອງປະດັບມີຄ່າຕິດຕົວໄປຍັງຈຸດທີ່ມີຄົນແອອັດ.
  • ຄວນສະພາຍກະເປົາໄວ້ທາງໜ້າ ແລະ ປິດໃຫ້ມິດຊິດຕະຫຼອດເວລາ.
  • ບໍ່ຄວນເກັບໂທລະສັບ ຫຼື ກະເປົາເງິນໄວ້ໃນຖົງໂສ້ງດ້ານຫຼັງ.
  • ເພີ່ມຄວາມລະມັດລະວັງ ແລະ ມີສະຕິຢູ່ສະເໝີ ໂດຍສະເພາະໃນຈຸດທີ່ມີປະຊາຊົນໜາແໜ້ນ.
  • ຫາກພົບເຫັນບຸກຄົນໜ້າສົງໄສ ຫຼື ພົບເຫດການລັກຊັບ ໃຫ້ຮີບແຈ້ງເຈົ້າໜ້າທີ່ຕຳຫຼວດທີ່ຢູ່ໃກ້ຄຽງທັນທີ ເພື່ອເຂົ້າສະກັດກັ້ນ ແລະ ແກ້ໄຂເຫດການໄດ້ຢ່າງທັນການ.

ທັງນີ້ ປກສ ນວ ຂໍຮຽກຮ້ອງໃຫ້ປະຊາຊົນທຸກຄົນ ຮ່ວມກັນເຝົ້າລະວັງ ແລະ ຊ່ວຍກັນແຈ້ງເບາະແສເມື່ອພົບເຫດຜິດປົກກະຕິ ພ້ອມຂໍຄວາມຮ່ວມມືຈາກທຸກຄົນ ຊ່ວຍກົດແບ່ງປັນ (Share) ຂ່າວສານນີ້ຕໍ່ໆກັນ ເພື່ອເຕືອນສະຕິ ແລະ ສ້າງຄວາມປອດໄພໃຫ້ແກ່ຕົນເອງ ຄອບຄົວ ແລະ ສັງຄົມ.

ຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ, ເຫດການ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່