ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 15:58ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຕະຫຼາດຮຸ້ນອາຊີຜັນຜວນ! ຫຼັງນັກລົງທຶນເລີ່ມກັງວົນວ່າ ຮຸ້ນກຸ່ມ AI ຫວັ່ນລາຄາຮຸ້ນອາດຕົກຕໍ່ເນື່ອງ

ໂດຍ Jenjila
· 25 ນາທີ ກ່ອນອ່ານ 3 ນາທີ5 ຄັ້ງ
ຕະຫຼາດຮຸ້ນອາຊີຜັນຜວນ! ຫຼັງນັກລົງທຶນເລີ່ມກັງວົນວ່າ ຮຸ້ນກຸ່ມ AI ຫວັ່ນລາຄາຮຸ້ນອາດຕົກຕໍ່ເນື່ອງ
ADadvertisement
ADadvertisement
ADadvertisement

ວັນທີ 23 ພະຈິກ 2026 ຕະຫຼາດຮຸ້ນໃນຫຼາຍປະເທດອາຊີກຳລັງຜະເຊີນກັບຄວາມຜັນຜວນຢ່າງໜັກ ຫຼັງນັກລົງທຶນເລີ່ມກັງວົນວ່າ ລາຄາຮຸ້ນຂອງບັນດາບໍລິສັດທີ່ກ່ຽວຂ້ອງກັບປັນຍາປະດິດ (AI) ອາດສູງເກີນມູນຄ່າທີ່ແທ້ຈິງ ແລະ ສ່ຽງຕໍ່ການເກີດວິກິດລາຄາຮຸ້ນ.

ຕະຫຼາດຮຸ້ນອາຊີຜັນຜວນ! ຫຼັງນັກລົງທຶນເລີ່ມກັງວົນວ່າ ຮຸ້ນກຸ່ມ AI ຫວັ່ນລາຄາຮຸ້ນອາດຕົກຕໍ່ເນື່ອງ

ຄວາມກັງວົນຂອງນັກລົງທຶນໃນຄັ້ງນີ້ ກຳລັງກົດດັນລາຄາຮຸ້ນຂອງບໍລິສັດກຸ່ມເຕັກໂນໂລຊີ ແລະ ບໍລິສັດຜະລິດຊິບລາຍໃຫຍ່ ເຊິ່ງຊິບເຫຼົ່ານີ້ເປັນສ່ວນສຳຄັນໃນການພັດທະນາ AI. ໂດຍສະເພາະ ຕະຫຼາດຮຸ້ນໃນໄຕ້ຫວັນ ແລະ ເກົາຫຼີໃຕ້ ກຳລັງຖືກຈັບຕາເບິ່ງຢ່າງໃກ້ຊິດ ເພາະທັງສອງເປັນຖານການຜະລິດຊິບ ແລະ ອຸປະກອນສຳຄັນສຳລັບອຸດສາຫະກຳ AI ຂອງໂລກ.

Nvidia ແລະການອອກຈາກຕຳແໜ່ງຂອງ Jensen Huang

ອີກໜຶ່ງປັດໄຈທີ່ເພີ່ມຄວາມກັງວົນໃຫ້ຕະຫຼາດ ແມ່ນການອອກຈາກຕຳແໜ່ງ CEO ຂອງ Jensen Huang ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ນຳຄົນສຳຄັນຂອງ Nvidia ບໍລິສັດຜະລິດຊິບ AI ລາຍໃຫຍ່ຂອງໂລກ.

ການອອກຈາກຕຳແໜ່ງຂອງລາວ ເກີດຂຶ້ນທ່າມກາງຄວາມວຸ້ນວາຍພາຍໃນບໍລິສັດ ແລະ ການກວດສອບປະເດັນທີ່ກ່ຽວຂ້ອງກັບຄວາມສ່ຽງດ້ານຄວາມໝັ້ນຄົງ. ປະເດັນນີ້ຍິ່ງເພີ່ມຄວາມບໍ່ແນ່ນອນໃຫ້ກັບອະນາຄົດຂອງ Nvidia ແລະ ອຸດສາຫະກຳ AI ໂດຍລວມ.

ລົງທຶນມະຫາສານ ແຕ່ຈະໄດ້ກຳໄລຄຸ້ມຄ່າຫຼືບໍ່?

ໃນໄລຍະຜ່ານມາ ບໍລິສັດເຕັກໂນໂລຊີຈຳນວນຫຼາຍໄດ້ໃຊ້ເງິນມະຫາສານ ໂດຍບາງສ່ວນເປັນເງິນກູ້ຢືມ ເພື່ອສ້າງສູນຂໍ້ມູນ (Data Center), ຊື້ຊິບປະມວນຜົນ ແລະ ພັດທະນາລະບົບ AI.

ແຕ່ຄຳຖາມສຳຄັນຄື ເງິນທີ່ລົງທຶນໄປຈຳນວນມະຫາສານນັ້ນ ຈະສາມາດສ້າງລາຍຮັບ ແລະ ກຳໄລໄດ້ຫຼາຍພໍທີ່ຈະຊຳລະໜີ້ ແລະ ຮອງຮັບລາຄາຮຸ້ນທີ່ສູງຢູ່ໃນປັດຈຸບັນຫຼືບໍ່.

ນອກຈາກນັ້ນ ຄວາມຂັດແຍ້ງດ້ານເຕັກໂນໂລຊີລະຫວ່າງສະຫະລັດກັບຈີນ ລວມເຖິງແນວໂນ້ມການເພີ່ມການກວດສອບການສ້າງສູນຂໍ້ມູນ AI ຫຼັງພັກເດໂມແຄຣັດຊະນະເລືອກຕັ້ງກາງສະໄໝຢ່າງຂາດລອຍໃນສະຫະລັດ ກໍເປັນອີກປັດໄຈທີ່ກົດດັນຕະຫຼາດ.

ຫຼາຍປະເທດເລີ່ມຫາມາດຕະການປະຄອງຕະຫຼາດ

ການຂາຍຮຸ້ນຢ່າງໜັກໄດ້ເຮັດໃຫ້ທາງການໃນຫຼາຍປະເທດຫັນມາໃຫ້ຄວາມສົນໃຈ ແລະ ກຽມມາດຕະການຮອງຮັບ.

  • ເກົາຫຼີໃຕ້: ລັດຖະມົນຕີການເງິນຢືນຢັນວ່າ ພ້ອມມີມາດຕະການຊ່ວຍປະຄອງຕະຫຼາດ ຫາກມີຄວາມຈຳເປັນ.
  • ໄຕ້ຫວັນ: ທາງການກຳກັບຕະຫຼາດການເງິນສັ່ງເພີ່ມຄວາມເຂັ້ມງວດຕໍ່ການຂາຍຮຸ້ນທີ່ຢືມມາຂາຍກ່ອນ.
  • ຈີນ: ຕະຫຼາດຫຸ້ນປະກາດມາດຕະການຊ່ວຍເຫຼືອ ລວມທັງການຜ່ອນຄາຍເງື່ອນໄຂການກູ້ຢືມເງິນເພື່ອຊື້ຮຸ້ນ.

ຈັບຕາຄ່າເງິນໂດລາ ແລະ ອັດຕາດອກເບ້ຍ Fed

ຂະນະດຽວກັນ ຄ່າເງິນໂດລາສະຫະລັດຍັງແຂງຄ່າຢູ່ໃກ້ລະດັບສູງສຸດໃນຮອບ 19 ເດືອນ ທ່າມກາງຄວາມຄາດຫວັງວ່າ ທະນາຄານກາງສະຫະລັດ (Fed) ອາດປັບຂຶ້ນອັດຕາດອກເບ້ຍອີກ 0.25 ເປີເຊັນໃນເດືອນໜ້າ.

ອີກປັດໄຈສຳຄັນທີ່ນັກລົງທຶນກຳລັງລໍຖ້າ ແມ່ນການປະກາດຕົວເລກ PCE ຫຼື ດັດຊະນີລາຄາການໃຊ້ຈ່າຍສ່ວນບຸກຄົນຂອງສະຫະລັດ ໃນວັນພຸດ. ຕົວເລກນີ້ເປັນມາດຕະວັດສຳຄັນໃນການວັດແທກເງິນເຟີ້ ແລະ ອາດຊ່ວຍບອກທິດທາງວ່າ Fed ຈະດຳເນີນນະໂຍບາຍດອກເບ້ຍແນວໃດຕໍ່ໄປ.

ນອກນັ້ນ ຕະຫຼາດຍັງຈັບຕາຕົວເລກການຜະລິດ ແລະ ການບໍລິການຂອງຝຣັ່ງ, ເຢຍລະມັນ, ອັງກິດ ແລະ ເຂດເງິນເອີໂຣ ລວມທັງການກ່າວຄຳປາໄສຂອງປະທານທະນາຄານກາງສາຂານິວຢອກ.

ຂ່າວ: ຣອຍເຕີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່