ປະໂຫຍດຂອງ"ໝາກໂທງເທງ" ໝາກໄມ້ ຕ້ານມະເຮັງ-ເສັ້ນເລືອດຫົວໃຈຕີບ
Jenjila
ເຜີຍແຜ່: 9 January 2026, 16:05
ປັບປຸງຫຼ້າສຸດ: 9 January 2026, 16:06
ອ່ານ 74 ຄັ້ງ


ໜາກໄມ້ຕະກູນເບີຣີມີຊື່ສຽງມາດົນນານວ່າມີປະໂຫຍດຫຼາຍຢ່າງ ມີວິຕາມິນ ແລະ ສານອາຫານທີ່ດີທີ່ຊ່ວຍບຳລຸງຮ່າງກາຍຫຼາຍຢ່າງ ແຖມລົດຊາດຍັງແຊບສົດຊື່ນ.
6 ປະໂຫຍດອັດສະຈັນຂອງ “ເຄບກູສເບີຣີ” (Cape Gooseberry) ຫຼື “ໂທງເທງຝຣັ່ງ”
- ເຄບກູສເບີຣີອຸດົມໄປດ້ວຍວິຕາມິນຊີ ທີ່ຊ່ວຍບຳລຸງກະດູກ ແລະ ແຂ້ວ ເສີມສ້າງພູມຕ້ານທານ ປ້ອງກັນພະຍາດໄຂ້ຫວັດ ພູມິແພ້
- ມີວິຕາມິນເອ ຊ່ວຍບຳລຸງສາຍຕາ ຊ່ວຍໃນການເບິ່ງເຫັນທັງໃນບ່ອນແຈ້ງ ແລະ ບ່ອນມືດ
- ຊ່ວຍຫຼຸດຄວາມສ່ຽງໃນການເປັນໂລກເສັ້ນເລືອດຫົວໃຈຕີບ
- ຊ່ວຍຫຼຸດຄວາມສ່ຽງໃນການເປັນໂລກມະເລັງບາງຊະນິດ ເຊັ່ນ ມະເລັງປອດ
- ເຕັມໄປດ້ວຍສານຕ້ານອະນຸມູນອິດສະຫຼະ (Antioxidants) ຊ່ວຍບຳລຸງຜິວພັນໃຫ້ງົດງາມສົດໃສ
- ຊ່ວຍຢຸດຢັ້ງການເຈີນເຕີບໂຕຂອງເຊນເນື້ອງອກ
ກ່ອນນີ້ພວກເຮົາຈະຫາກິນເຄບກູສເບີຣີໄດ້ພຽງແຕ່ໃນພາກເໜືອ ຕອນນີ້ມີການສົ່ງໝາກໄມ້ແສນແຊບນີ້ມາຂາຍຕໍ່ໃນພາກກາງ ແລະ ຕາມແຂວງໃຫຍ່ໆ ໃນປະເທດຫຼາຍຂຶ້ນ ແລະ ແນ່ນອນວ່າໃນລາຄາຍ່ອມເຍົາ ເໝາະກັບເສດຖະກິດໃນບ້ານເຮົາຢ່າງແນ່ນອນ. ຫວັງວ່າທຸກຄົນຈະໄດ້ມີໂອກາດລິ້ມລອງເຄບກູສເບີຣີກັນແດ່ນະຄະ ທັງແຊບ ດີ ມີປະໂຫຍດແບບນີ້ ຊື້ໄປຝາກຄົນທີ່ເຮົາຮັກດ້ວຍກໍ່ດີນະ.

ແບ່ງປັນ:
‹ ກັບໄປໝວດສາລະໜ້າຮູ້
ຂ່າວທີ່ກ່ຽວຂ້ອງ
ເນື້ອຫາສະໜັບສະໜູນ
2 ມື້ ກ່ອນ
3


